ສານ ອີຢີບ ປະຕິເສດຟ້ອງອຸທອນຂອງອົງການອ້າຍນ້ອງມຸດສະລີມ

ສານ ອີຢີບ ປະຕິເສດຟ້ອງອຸທອນຂອງອົງການອ້າຍນ້ອງມຸດສະລີມ - ảnh 1
ພາບປະກອບ:internet

(vovworld)- ວັນທີ 6/11, ອົງການ​ອ້າຍ​ນ້ອງ​ມຸດ​ສະລີ​ມ(MB) ຂອງ​ອີ​ຢີບ ຖືກ​ປະລາ​ໄຊ​ໃນ​ຄວາ​ມມານະ​ພະຍາຍາມຕ່າວ​ປີ້ນຄຳ​ຕັດສິນ​ຂອງ​ສານ​ເມື່ອ​ເດືອນ 9. ຕາມ​ນັ້ນ​ແລ້ວ ຫ້າມ​ທຸກ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນການ​ອິດສະ​ລາມ​ນີ້ ດ້ວຍ​ຖານະ​ແມ່ນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ພ້ອມ​ທັງ​​​ໂອນບັນດາ​ກອງ​ທຶນ ​ແລະ ຊັບ​ສົມບັດ​ຂອງ​ອົງການ​ດັ່ງກ່າວ​ມາ​ເປັນ​ສ່ວນ​ລວມ. ຕາມ​ສຳນັກ​ຂ່າວສານ ອີ​ຢີບ MENA, ​ໃນ​ການປະຊຸມສານ​ພິພາກສາ​ເມື່ອ​ວັນ​ທີ 6/11, ສານ​ດຳ​ເນີນ​ຄະດີ​ສຸກ​ເສີນ​ Cairo ​ໄດ້​ປະ​ຕິ​ເສດ​​ໃບ​ຟ້ອງ​ອຸທອນ​ຂອງ​ອົງການ​ດັ່ງກ່າວ ​ໂດຍ​ຮຽກຮ້ອງ​​ໃຫ້ຍົກ​​ເລີກ​ຄຳ​ຕັດສິນ​ຂອງ​ສານ. ​ການ​ຜັນ​ແປ​ຄັ້ງລ້າ​ສຸດ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ​ແມ່ນ​ການ​ ​ໂຈມ​ຕີ​ໃສ່​ຂະ​ບວນການ​ການ​ເມືອ​ງຕົ້ນຕໍ​ຢູ່ ອີ​ຢີບ.

ຂ່າວ/ບົດ​ອື່ນ