ສານ ອວຍ​ພອນ ປະ​ທານ​ປະ​ເທດ ໂຕ​ລິມ ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ

(VOVWORLD) - ເນື່ອງໃນໂອກາດ ທ່ານໂຕເລິມ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເປັນປະທານປະເທດ ສັງຄົມນິຍົມ ຫວຽດນາມ ຈາກສະພາແຫ່ງຊາດຊຸດທີ XV, ທ່ານເຈິ່ນແທັງເໝິນ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ, ມີການນຳຫຼາຍປະເທດໄດ້ສົ່ງສານອວຍພອນ.

ສານ ອວຍ​ພອນ ປະ​ທານ​ປະ​ເທດ ໂຕ​ລິມ ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ - ảnh 1ທ່ານ ປະທານປະເທດ ໂຕລິມ ແລະ ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ

ໃນສານອວຍພອນ, ພະບາດສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ແຫ່ງລາຊະອານາຈັກ ໄທ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງປະທານປະເທດ, ສອງປະເທດ ຈະສືບຕໍ່ຮັກສາການຮ່ວມມືຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ຫວຽດນາມ - ໄທ, ເພື່ອຜົນປະໂຫຍດ, ການພັດທະນາ ແລະ ວັດທະນາຖາວອນຂອງປະຊາຊົນສອງປະເທດ. ໃນສານອວຍພອນ, ທ່ານປະທານາທິບໍດີ ສ.ເກົາຫຼີ  Yoon Suk Yeol ຫວັງວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ສ.ເກົາຫຼີ ສືບຕໍ່ມີການພັດທະນາຢ່າງແຮງຂຶ້ນສູ່ລະດັບສູງໃໝ່ ໃນທຸກຂົງເຂດ, ເປັນຕົ້ນແມ່ນຂົງເຂດການເມືອງ, ເສດຖະກິດ, ການປ້ອງກັນຊາດ, ການຮ່ວມມືພັດທະນາ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນສອງປະເທດ.

ໃນສານສະບັບຕ່າງໆ, ທ່ານປະທານາທິບໍດີ ສິງກະໂປ Tharman Shanmugaratnam ແລະ ທ່ານປະທານສະພາແຫ່ງຊາດ ສິງກະໂປ  Seah Kian Peng ປາດຖະໜາຢາກສົມທົບຢ່າງແໜ້ນແຟ້ນກ່ວາອີກ ກັບ ຫວຽດນາມ ເພື່ອນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່.

ສ່ວນອົດສະຕາລີ, ທ່ານ David Hurley ຜູ້ມີອຳນາດເຕັມແຫ່ງອົດສະຕາລີ, ທ່ານນາງ Sue Lines ປະທານສະພາສູງ ແລະ ທ່ານ Milton Dick ປະທານສະພາຕ່ຳ ໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມື ກັບ ຫວຽດນາມ, ຮັກສາບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ ເພື່ອປະກອບສ່ວນຮັດແໜ້ນການພົວພັນສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ