ສານ ໄທ ປົດຖານະເປັນສະມາຊິກສະພາແຫ່ງຊາດສຳລັບການນຳພັກຝ່າຍຄ້ານ

(VOVWORLD) - ວັນທີ 20 ພະຈິກ, ສານລັດຖະທຳມະນູນ ໄທ ໄດ້ອອກຄຳຕັດສິນປົດຖານະເປັນສະມາຊິກສະພາແຫ່ງຊາດສຳລັບທ່ານ ທະນະທອນ ຈຶງຣຸງເຣືອງກິດ ການນຳພັກອະນາຄົດໃໝ່ (Future Forward) ຝ່າຍຄ້ານ, ພາຍຫລັງຢັ້ງຢືນໄດ້ວ່າ ທ່ານ ທະນະທອນ ຈຶງຣຸງເຣືອງກິດ ລະເມີດກົດໝາຍວ່າດ້ວຍການເລືອກຕັ້ງ.

  ຄຳຕັດສິນຂອງສານລັດຖະທຳມະນູນ ໄທ ໄດ້ຊີ້ແຈ້ງວ່າ ທ່ານ ທະນະທອນ ຈຶງຣຸງເຣືອງກິດ ອາຍຸ 40 ປີ, ເປັນຜູ້ຖືຫຸ້ນຂອງບໍລິສັດສື່ມວນຊົນ ພາຍຫລັງຈົດທະບຽນເຂົ້າຮ່ວມການແຂ່ງຂັນເລືອກຕັ້ງທົ່ວປະເທດ ເຊິ່ງດຳເນີນໃນເດືອນ ມີນາ ຜ່ານມາ. ການກະທຳນີ້ ລະເມີດກົດໝາຍວ່າດ້ວຍການເລືອກຕັ້ງຂອງ ໄທ.

ສານ ໄທ ປົດຖານະເປັນສະມາຊິກສະພາແຫ່ງຊາດສຳລັບການນຳພັກຝ່າຍຄ້ານ - ảnh 1ທ່ານ ທະນະທອນ ຈຶງຣຸງເຣືອງກິດ (ພາບ: bangkokpost)

        ກ່ອນໜ້ານັ້ນ, ສານລັດຖະທຳມະນູນ ໄທ ໄດ້ໃຫ້ການນຳພັກອະນາຄົດໃໝ່ຄົນນີ້ ຢຸດຕິການເຄື່ອນໄຫວຢູ່ສະພາແຫ່ງຊາດ ເພື່ອລໍຖ້າການຕັດສິນຂອງສານ. ໃນການເລືອກຕັ້ງສະພາຜູ້ແທນລາດຊະດອນ ເມື່ອເດືອນ ມີນາ ຜ່ານມາ, ພັກອະນາຄົດໃໝ່ຂອງທ່ານ ທະນະທອນ ຈຶງຣຸງເຣືອງກິດ ຍາດໄດ້ 80 ທີ່ນັ່ງໃນຈຳນວນ 500 ທີ່ນັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ