ສານ​ຂອງ ສ​ປ​ຊ ເປີດ​ວາ​ລະພິພາກ​ສາ​ ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ ອິດ​ສະ​ລາ​ແອັນ ຢູ່​ເຂດ​ດິນ​ແດນ ປາ​ແລັດ​ສະ​ຕິນ

(VOVWORLD) - ໃນວາລະພິພາກສາ ທີ່ແກ່ຍາວຮອດວັນທີ 26 ກຸມພາ, ບັນດາ ຜູ້ພິພາກສາ ຈະຕີລາຄາຜົນຕາມມາທາງດ້ານນິຕິກຳ ໂດຍບັນດາການເຄື່ອນໄຫວຢຶດຄອງຂອງ ອິດສະລາແອັນ ທີ່ກໍ່ຂຶ້ນນັບແຕ່ປີ 1967.
ສານ​ຂອງ ສ​ປ​ຊ ເປີດ​ວາ​ລະພິພາກ​ສາ​ ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ ອິດ​ສະ​ລາ​ແອັນ ຢູ່​ເຂດ​ດິນ​ແດນ ປາ​ແລັດ​ສະ​ຕິນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ Riyad al-Maliki ແລະ ທ່ານ ທູດພິເສດ ສປຊ
(ພາບ: Reuters)

ວັນທີ 19 ກຸມພາ, ທີ່ ວັງ ສັນຕິພາບ ຢູ່ La Haye (ປະທານໂຮນລັງ), ສານຍຸຕິທຳສາກົນ (ICJ), ໄດ້ເປີດວາລະພິພາກສາ ເພື່ອຕີລາຄາບັນດາຜົນຕາມມາທາງດ້ານນິຕິກຳກ່ຽວກັບເລື່ອງ ອິດສະລາແອັນ ປະຕິບັດນະໂຍບາຍ ແລະ ການເຄື່ອນໄຫວຢຶດຄອງບັນດາເຂດດິນແດນຂອງ ປາແລັດສະຕິນ ນັບແຕ່ປີ 1967, ລວມມີ Jerusalem ຕາເວັນອອກ. ໃນວາລະພິພາກສາ ທີ່ແກ່ຍາວຮອດວັນທີ 26 ກຸມພາ, ບັນດາ ຜູ້ພິພາກສາ ຈະຕີລາຄາຜົນຕາມມາທາງດ້ານນິຕິກຳ ໂດຍບັນດາການເຄື່ອນໄຫວຢຶດຄອງຂອງ ອິດສະລາແອັນ ທີ່ກໍ່ຂຶ້ນນັບແຕ່ປີ 1967. ຄາດວ່າ, ຜູ້ຕາງໜ້າຂອງ 52 ປະເທດ ຈະສະເໜີກັບຜູ້ພິພາກສາ ບັນດາຫຼັກຖານທີ່ກ່ຽວຂ້ອງ. ອາເມລິກາ, ລັດເຊຍ, ຈີນ, ອາບຟຼິກກາໃຕ້ ແລະ ເອຢິບ ນອນໃນຈຳນວນບັນດາປະເທດເຂົ້າຮ່ວມວາລະພິພາກສາ. ທ່ານ Riyad Al-Malki ລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ ກໍ່ກ່າວຄຳເຫັນທີ່ວາລະພິພາກສາ. ອິດສະລາແອັນ ບໍ່ຈັດສົ່ງຜູ້ຕາງໜ້າເຂົ້າຮ່ວມ ແຕ່ກໍ່ສົ່ງເອກະສານທີ່ກ່ຽວຂ້ອງເຖິງເຫດການ.

ໃນຂະນະນັ້ນ, ໃນວັນດຽວກັນ, ທ່ານ Josep Borrell  ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບ ເອີລົບ (EU) ຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ  ໃຫ້ຮູ້ວ່າ 26 ໃນຈຳນວນ 27 ປະເທດ ສະມາຊິກ EU ໄດ້ຮຽກຮ້ອງການຢຸດຍິງຊົ່ວຄາວໃນທັນທີ ເພື່ອເປົ້າໝາຍມະນຸດສະທຳໃນການປະທະກັນລະຫວ່າງ ອິດສະລາແອັນ ແລະ ຂະບວນການອິດສະລາມ ຮາມາດ.

ຕອບກັບ

ຂ່າວ/ບົດ​ອື່ນ