ສານ​ຂອງ ຫວຽດ​ນາມ ຢູ່ ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ມີ​ລັກ​ສະ​ນະ​ສ້າ​ງ​ສັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ

(VOVWORLD) - ກອງປະຊຸມ ສະມັດຊາໃຫຍ່ ສປຊ ຊຸດທີ 76 ໄດ້ອັດລົງແລ້ວ, ແຕ່ນັກຮຽນຮູ້ ລັດເຊຍ ສືບຕໍ່ມີການບົດໄຈ້ແຍກ, ວິຈານກ່ຽວກັບບັນດາເນື້ອໃນທີ່ໜ້າສົນໃຈໃນບົດກ່າວປາໄສຂອງຜູ້ຕາງໜ້າບັນດາປະເທດ  ຢູ່ ສປຊ, ໃນນັ້ນ ມີບົດກ່າວປາໄສຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.
ສານ​ຂອງ ຫວຽດ​ນາມ ຢູ່ ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ມີ​ລັກ​ສະ​ນະ​ສ້າ​ງ​ສັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນກອງປະຊຸມ ສະມັດຊາໃຫຍ່ ສປຊ ຊຸດທີ 76 (ພາບ: baochinhphu.vn)

ໃນບົດຂຽນຂອງທ່ານ ປອ. ນັກການເມືອງວິທະຍາ Alexander Korolev, ມະຫາວິທະຍາໄລເສດຖະກິດຂັ້ນສູງ (HSE) ດ້ວຍຫົວຂໍ້ “ໂຄງການດຳເນີນງານຂຽວ, ກູບາ, ທະເລ: ບົດກ່າວປາໄສຂອງປະທານປະເທດ ຫວຽດນາມ ໃນກອງປະຊຸມສະມັດຊາໃຫຍ່ ສປຊ” ທີ່ໄດ້ເອົາລົງໃນເວັບໄຊ orientaliarossica.com, ໄດ້ເນັ້ນໜັກວ່າ ບົດກ່າວປາໄສຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ມີລັກສະນະສ້າງສັນ, ລວມມີບັນດາບັນຫາສະຖານະການ. ທັດສະນະຂອງ ຫວຽດນາມ ແມ່ນສອດຄ່ອງກັບນະໂຍບາຍການຕ່າງປະເທດ ແລະ ເສດຖະກິດ ຂອງປະເທດໃນບັນດາທົດສະວັດມໍ່ໆມານີ້. ນີ້ແມ່ນນະໂຍບາຍ “ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ”, ເປີດກວ້າງການພົວພັນຄູ່ຮ່ວມມື ແລະ ດຶງດູດນັກລົງທຶນຕ່າງປະເທດ, ສົ່ງເສີມການຜະລິດພາຍໃນປະເທດ ແລະ ເພີ່ມແຫຼ່ງສະໜອງສິນຄ້າສົ່ງອອກ.

        ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ແມ່ນປະເທດທີ່ມີຄວາມຮັບຜິດຊອບ, ສະໜັບສະໜູບການແກ້ໄຂການປະທະກັນດ້ວຍອາວຸດໂດຍສັນຕິວິທີ ແລະ ອີງໃສ່ທັດສະນະຍຸດທະສາດ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຢູ່ໃນທັດສະນະກ່ຽວກັບບັນຫາສະຖຽນລະພາບຢູ່ ອາບການິດສະຖານ.

        ນັກຂ່າວ VOV ປະຈຳ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ