ສານຊົມເຊີຍ 100 ປີແຫ່ງວັນຄ້າຍວັນເກີດປະທານ ລາວ ຄຳໄຕ ສີພັນດອນ

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫວໍວັນເຖືອງ ອວຍພອນໃຫ້ທ່ານ ຄຳໄຕ ສີພັນດອນ ແລະ ພັນລະຍາຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ມີອາຍຸຍືນ.
ສານຊົມເຊີຍ 100 ປີແຫ່ງວັນຄ້າຍວັນເກີດປະທານ ລາວ ຄຳໄຕ ສີພັນດອນ - ảnh 1ທ່ານອະດີດປະທານພັກ, ອະດີດປະທານປະເທດ ລາວ ຄຳໄຕ ສີພັນດອນ
(ພາບ: KPL)

        ເນື່ອງໃນໂອກາດ 100 ປີແຫ່ງວັນຄ້າຍວັນເກີດທ່ານອະດີດປະທານພັກ, ອະດີດປະທານປະເທດ ລາວ ຄຳໄຕ ສີພັນດອນ (08 ກຸມພາ 1924 – 08 ກຸມພາ 2024), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສົ່ງໂທລະເລກອວຍພອນ.

        ໃນສານອວຍພອນ, ການນຳ 2 ທ່ານໄດ້ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕີລາຄາສູງບັນດາການອຸທິດສ່ວນ, ພູມປັນຍາ ແລະ ບົດບາດສຳຄັນຂອງທ່ານປະທານ ຄຳໄຕ ສີພັນດອນ ຕໍ່ການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫວໍວັນເຖືອງ ອວຍພອນໃຫ້ທ່ານ ຄຳໄຕ ສີພັນດອນ ແລະ ພັນລະຍາຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ມີອາຍຸຍືນ.

ຕອບກັບ

ຂ່າວ/ບົດ​ອື່ນ