ສານຊົມເຊີຍເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຝລັ່ງ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ສົ່ງສານຊົມເຊີຍເຖິງທ່ານນາງລັດຖະມົນຕີ ເອີລົບ ແລະ ລັດຖະມົນຕີການຕ່າງປະເທດ ຝລັ່ງ Catherine Colonna ເຊັ່ນດຽວກັນ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຝລັ່ງ (12 ເມສາ 1973 – 12 ເມສາ 2023), ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສົ່ງສານຊົມເຊີຍເຖິງທ່ານປະທານາທິບໍດີ ຝລັ່ງ Emmanuel Macron. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງສານຊົມເຊີຍເຖິງທ່ານນາງນາຍົກລັດຖະມົນຕີ ຝລັ່ງ Elisabeth Borne. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສົ່ງສານຊົມເຊີຍເຖິງທ່ານປະທານສະພາສູງ Gerard Larcher ແລະ ທ່ານປະທານສະພາຕ່ຳ Yael Braun Pivet.

        ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ສົ່ງສານຊົມເຊີຍເຖິງທ່ານນາງລັດຖະມົນຕີ ເອີລົບ ແລະ ລັດຖະມົນຕີການຕ່າງປະເທດ ຝລັ່ງ Catherine Colonna ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ