ສານ​ຍຸ​ຕິ​ທຳ​ສູງ​ສຸດ ເວ​ເນ​ຊູ​ເອ​ລາ ຢັ້ງ​ຢືນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Maduro ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີຄືນ​ໃໝ່

(VOVWORLD) - TSJ ຢັ້ງຢືນວ່າ ບັນດາພັກຝ່າຍຄ້ານທີ່ ສະໜັບສະໜູນຜູ້ອອກສະໝັກຮັບເລືອກຕັ້ງ Gonzalez Urrutia ບໍ່ສາມາດໄດ້ຍົກອອກມາໄດ້ບໍ່ວ່າພະຍານຫຼັກຖານ ຫຼື ເອກະສານໃດທີ່ກ່ຽວກັບການກ່າວຫາ ສໍ້ໂກງການເລືອກຕັ້ງ.
ສານ​ຍຸ​ຕິ​ທຳ​ສູງ​ສຸດ ເວ​ເນ​ຊູ​ເອ​ລາ ຢັ້ງ​ຢືນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Maduro ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີຄືນ​ໃໝ່ - ảnh 1ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro (ພາບ: AA/TTXVN)

ວັນທີ 22 ສິງຫາ, ສານຍຸຕິທຳສູງສຸດ ເວເນຊູເອລາ (TSJ) ໄດ້ຖະແຫຼງທ່ານປະທານາທິບໍດີ Nicolas Maduro ແມ່ນຜູ້ຍາດໄດ້ໄຊຊະນະໃນການເລືອກຕັ້ງໃນວັນທີ 28 ກໍລະກົດ. ຄຳຕັດສິນຂອງສານ ໂດຍທ່ານ Caryslia Rodriguez ປະທານສານ ປະກາດ ແລະ ເນັ້ນໜັກວ່າ TSJ “ຢັ້ງຢືນແບບບໍ່ສາມາດໂຕ້ຖຽງກັນກ່ຽວກັບ ບັນດາເອກະສານເລືອກຕັ້ງ ແລະ ຢັ້ງຢືນໝາກຜົນຂອງການເລືອກຕັ້ງປະທານາທິບໍດີ ໃນວັນທີ 28 ກໍລະກົດ ໂດຍສະພາເລືອກຕັ້ງແຫ່ງຊາດ (CNE) ປະກາດ”. ກ່ອນໜ້ານັ້ນ, ວັນທີ 2 ສິງຫາ, CNE ປະກາດໝາກຜົນຂອງການນັບ 96,87% ຈຳນວນບັດເລືອກຕັ້ງທັງໝົດ ຕາມນັ້ນແລ້ວ, ທ່ານປະທານາທາບໍດີ Maduro ຍາດໄດ້ໄຊຊະນະດ້ວຍ 51,95%ຈຳນວນບັດສະໜັບສະໜູນ. ເຖິງຢ່າງໃດກໍຕາມ, ທ່ານ Edmundo Gonzalez ຜູ້ອອກສະໝັກຮັບເລືອກຕັ້ງຝ່າຍກົງກັນຂ້າມ, ໄດ້ອອກຖະແຫຼງການວ່າບໍ່ຍອມຮັບໝາກຜົນຂອງການເລືອກຕັ້ງນີ້. TSJ ໄດ້ເລີ່ມບັນດາການອະພິປາຍນັບແຕ່ວັທີ 7 ສິງຫາ ສຳລັບຜູ້ອອກສະໝັກຮັບເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີ ທັງໝົດ 10 ທ່ານເພື່ອຊຸກຍູ້ວິວັດການສານຢັ້ງຢືນໝາກຜົນຢ່າງເປັນທາງການຂອງການເລືອກຕັ້ງ. TSJ ຢັ້ງຢືນວ່າ ບັນດາພັກຝ່າຍຄ້ານທີ່ ສະໜັບສະໜູນຜູ້ອອກສະໝັກຮັບເລືອກຕັ້ງ Gonzalez Urrutia ບໍ່ສາມາດໄດ້ຍົກອອກມາໄດ້ບໍ່ວ່າພະຍານຫຼັກຖານ ຫຼື ເອກະສານໃດທີ່ກ່ຽວກັບການກ່າວຫາ ສໍ້ໂກງການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ