ສານ​ຍຸ​ຕິ​ທຳ​ສາ​ກົນ​ດຳ​ເນີນ​ການ​ພິ​ພາກ​ສາ ​ການ​ຂັດ​ແຍ້ງ​ກັນ ຢູ່ Nagorny-Karabakh

(VOVWORLD) - ອາກເມເນຍ ໄດ້ສະເໜີແນະ ແລະ ຮຽກຮ້ອງໃຫ້ ICJ ອອກຄຳຕັດສິນຂອງສານ ຮຽກຮ້ອງໃຫ້ ອາເຊັກໄບຊານ ຖອນກຳລັງທະຫານ ແລະ ພະນັກງານປະຕິບັດກົດໝາຍທັງໝົດ ອອກຈາກບັນດາຮາກຖານພົນລະເຮືອນ ຢູ່ Nagorny-Karabakh.
ສານ​ຍຸ​ຕິ​ທຳ​ສາ​ກົນ​ດຳ​ເນີນ​ການ​ພິ​ພາກ​ສາ ​ການ​ຂັດ​ແຍ້ງ​ກັນ ຢູ່ Nagorny-Karabakh - ảnh 1ປະຊາຊົນອົບພະຍົບອອກຈາກເຂດ Nagorny-Karabakh (ພາບ: AFP/TTXVN)

ຜູ້ຕາງໜ້າສອງປະເທດ ອາກເມເນຍ ແລະ ອາເຊັກໄບຊານ ໄດ້ມີໜ້າຢູ່ສານຍຸຕິທຳສາກົນ (ICJ), ຢູ່ The Hague, ໂຮນລັງ, ໃນວັນທີ 12 ຕຸລາ, ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນຫວ່າງແລ້ວນີ້ ຢູ່ເຂດ Nagorny-Karabakh. ສານຍຸຕິທຳສາກົນ ໄດ້ດຳເນີນການພິພາກສາ ການຂັດແຍ້ງກັນດັ່ງກ່າວ  ພາຍຫຼັງ ອາເຊັກໄບຊານຜັນຂະຫຍາຍບັ້ນຮົບ ຢູ່ Nagorny-Karabakh ເປັນເວລາ  2 – 3 ອາທິດ. ທັງສອງປະເທດລ້ວນແຕ່ກ່າວຫາກັນ ໄດ້ລະເມີດສົນທິສັນຍາສາກົນ ກ່ຽວກັບການລົບລ້າງທຸກຮູບແບບຈຳແນກນເຊື້ອຊາດຜິວພັນ. ບັ້ນຮົບທີ່ແກ່ຍາວເປັນເວລາ 1 ວັນ ນີ້ໄດ້ເຮັດໃຫ້ປະຊາຊົນເຊື້ອຊາດ ອາກເມເນຍ ຢູ່ທີ່ນີ້ເປັນຈຳນວນຫຼາຍ ຕ້ອງອົບພະຍົບໄປບອ່ນອື່ນ, ໃນນັ້ນມີຫຼາຍຄົນໄດ້ໄປຍັງ ອາກເມເນຍ. ການພິພາກສາໃນວັນທີ 12 ຕຸລາແມ່ນການພິພາກສາຄັ້ງຫຼ້າສຸດໃນການຕໍ່ສູ້ດ້ານນິຕິກຳທີ່ແກ່ຍາວເປັນຫຼາຍປີ ລະຫວ່າງ ອາເຊັກໄບຊານ ແລະ ອາກເມເນຍ.

ອາກເມເນຍ ໄດ້ສະເໜີແນະ ແລະ ຮຽກຮ້ອງໃຫ້ ICJ ອອກຄຳຕັດສິນຂອງສານ ຮຽກຮ້ອງໃຫ້ ອາເຊັກໄບຊານ ຖອນກຳລັງທະຫານ ແລະ ພະນັກງານປະຕິບັດກົດໝາຍທັງໝົດ ອອກຈາກບັນດາຮາກຖານພົນລະເຮືອນ ຢູ່ Nagorny-Karabakh.

ຕອບກັບ

ຂ່າວ/ບົດ​ອື່ນ