ສານຕົ້ນປີໃໝ່ ຄ.ສ 2014 ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸ້ງ

   ສານຕົ້ນປີໃໝ່ ຄ.ສ 2014 ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸ້ງ - ảnh 1
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ

(vovworld)- ​​ເນື່ອງ​ໃນ​ໂອກາດຕົ້ນປີໃໝ່ ຄ.ສ 2014, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ​ໄດ້​ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້ : “ ສ້າງ​ລະບອບ​​ບັນຍັດ​ໃຫ້​ສົມບູນ​ແບບ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ປະຕິບັດ​ໜ້າທີ່ ປີ 2014 ຢ່າງ​ມີ​ໄຊ, ສ້າງ​ພື້ນຖານ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ.

    ບົດ​ຂຽນ​ຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ລວມມີ 4 ພາກ. ​ໃນ​ພາກ​ທຳ​ອິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ​ເນັ້ນ​ໜັກ​​ເຖິງການສ້າງ​ລະບອບ​​ບັນຍັດ​ໃຫ້​ສົມບູນ​ແບບ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ  ຖື​ວ່າ ຫວນ​ຄືນ​ໄລຍະ​ເກືອບ 30 ປີຜ່ານມາ, ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ກະ​ໂດດ​ຂັ້ນ​ຂອງ​ປະ​ເທດ​ຊາດ​ລ້ວນ​ແຕ່​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່ ມີ​ລັກສະນະ​ຕັດສິນ​ກ່ຽວ​ກັບ​ລະບອບ​ບັນຍັດ, ທາດ​ແທ້​ແມ່ນ​ເປີດ​ກ້ວາງ​ປະຊາທິປະ​ໄຕ, ປະຕິບັດ​ກົນ​ໄກ​ຕະຫຼາດ​ໃນ​ການ​ເຄື່ອນ​ໄຫວ​ເສດ​ຖະກິດ​ຊຶ່ງ​ບາດກ້າວ​ບຸກທະລຸ​ໃຫຍ່ ​ແລະ ຮອບດ້ານ​ແມ່ນ​ຈາກ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ. ບັນດາ​ລັດຖະນະ​ໂຍບາຍ​ປ່ຽນ​ໃໝ່​ທີ່​ສອດຄ່ອງ​ໄດ້​ນຳ​ຫວຽດນາມ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ​ກາຍ​ເປັນ​ປະ​ເທດ​ພວມ​ພັດທະນາ​ມີ​ລາຍ​ຮັບ​ປານ​ກາງ ​ແລະ ກິດຈະການ​ລົບ​ລ້າງ​ຄວາມ​ອຶດຫິວ​ທຸກ​ຍາກ​ໄດ້​ບັນລຸ​ຜົນງານ​ທີ່​ໜ້າ​ປະ​ທັບ​ໃຈ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ສາກົນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ​ເນັ້ນ​ໜັກ​ວ່າ ປະຊາທິປະ​ໄຕ​ແມ່ນ​ແນວ​ຄິດ​ໃຫຍ່​ຂອງ​ທ່ານ​ປະທານ​​ໂຮ່ຈິ​ມິນ. ປະຊາທິປະ​ໄຕ​ ​ແລະ ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ ​ແມ່ນ​ຕ້ອງ​ໄປ​ຄຽງ​ຄູ່​ນຳ​ກັນ​ໃນ​ລະບອບ​ການ​ເມືອງ​ຍຸກ​ທັນ​ສະ​ໄໝ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ​ເນັ້ນ​ໜັກ​ວ່າ ​ເພື່ອ​ເສີມ​ຂະຫຍາຍສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ເປັນ​ຢ່າງ​ດີ, ລັດ​ຕ້ອງ​ປະຕິບັດ​ໜ້າ​ທີ່ປັບປຸງ, ພັດທະນາ​ເປັນ​ຢ່າງ​ດີ, ລັດ​ຕ້ອງ​ຮັບປະກັນ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນຢ່າງ​ແທ້​ຈິງ.

   ພາກ​ທີ 2 ​ແມ່ນ​ເວົ້າ​ເຖິງການ​ສ້າງ​ລະບອບ​ເສດຖະກິດ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ​ໃຫ້​ສົມບູນ​ແບບ ດ້ວຍ​ຈຸດ​ສຸມ​ແມ່ນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ແກ່ງ​ແຍ້​ງສະ​ເໝີ​ພາບ, ​ແລະ ປະຕິ​ຮູບ​ດ້ານ​ການ​ບໍລິຫານ. ​ໃນ​ນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ບາດກ້າວ​ບຸກທະລຸ​ຍຸດ​ທະ​ສາດ​ຊອ່ງ​ໄດ້​ຍົກ​ອອກ​ມາ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ.

   ພາກ​ທີ 3 ​ແມ່ນ​ເນັ້ນ​ໜັ້ກ​ເຖິງ​ການ​ຍູ້​ໄວ​ການ​ສ້າງ​ໂຄງ​ປະກອບ​ກະ​ສີ​ກຳ​ຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ, ພັດທະນາ​ແບບ​ຍືນ​ຍົງ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ເນື້ອ​ໃນ​ທີ່​ສຳຄັນ​ໃນ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່. ນີ້​ແມ່ນ​ຄຳ​ຮຽກຮ້ອງ​ທີ່​ຮ້ອນ​ເຮັ່ງ​ຄວນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ​ດ້ວຍ​ຫຼາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ​ໃນ​ນັ້ນ​ຕ້ອງ​ສຸມ​ໃສ່​ປະຕິບັດ​ການ​ຍູ້​ແຮງ​ການ​ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ແລະ ຈັດ​ຕັ້ງ​ການ​ຜະລິດ​ກະ​ສີ​ກຳ​ຄືນ​ໃໝ່.

  ພາກ​ທີ 4 : ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ​ໄດ້​ສະຫຼຸບ​ວ່າ 3 ປີ​ທີ່​ຜ່ານ​ມາ, ນັບ​ແຕ່ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ, ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ພວກ​ເຮົາ​ໄດ້​ສະຫງວຽນ​ເຫື່ອ​ແຮງ, ​ແຫຼ່ງກຳລັງ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​​ໃນ​ສະ​ເພາະ​ໜ້າ ​ແລະ ​ໄດ້​ບັນລຸ​ບັນດາ​ໝາກຜົນ​ທີ່​ສຳຄັນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄຸນ​ນະ​ທາດ​ຂອງ​ພັກ ​ແລະ ຂອງ​ປະຊາຊົນ, ​ແນ່ນອນ​ວ່າ ມັນ​ຈະ​ແຜ່​ຂະຫຍາຍ​ເພື່ອ​ຍູ້​ແຮງ​ກິດຈະການ​ປ່ຽນ​ແປງ​ໃໝ່​ຕາມ​ຈິດ​ໃຈ​ຂອງ ມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ, ນຳພາ​ລະ​ກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເພື່ອ​ປະ​ເທດ​ຫວຽດນາມ​ສັງຄົມ​ນິຍົມ - ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ສີວິ​ໄລ.

ຂ່າວ/ບົດ​ອື່ນ