ສານປະຊາຊົນສູງສຸດຈັດກອງປະຊຸມ ຜັນຂະຫຍາຍວຽກງານປີ 2012

ຕອນ​ເຊົ້າ​ວັນ​ທີ 3 ມັງກອນ, ຢູ່​ນະຄອນໂຮຈິມິນ, ສານ​ປະຊາຊົນ​ສູງ​ສຸດ​ໄດ້​ຈັດ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ປີ 2012. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ ເຈືອງ​ເຕີ້​ນຊາງ ປະທານ​ປະ​ເທດ​, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ດ້ານ​ຕຸລາການ​ຂັ້ນ​ສູນ​ກາງ​ໄດ້​ຊີ້​ແຈງ​​ເຖິງ​ບັນດາ​ດ້ານ​ຖືກ​ຈຳກັດ ຂອງ​ຂະ​ແໜງ​ສານ​ປະຊາຊົນຄື​: ສານ​ຍັງ​​ອອກ​ຄຳ​ຕັດສິນ​ຢ່າງ​ບໍ່​ຖືກຕ້ອງ ​ຍ້ອນ​ຄວາມ​ຜິດ​ໂດຍ​ອັດຕະວິ​ໄສ​ຂອງ​ຜູ້​ພິພາກສາ, ມີປະກົດການ​ເສື່ອ​ມທາດ​ຂາດ​ຄຸນ​ຂອງພະນັກງານ​ຈຳນວນ​ໜຶ່ງ... ຄວນ​ໄດ້​ຮັບ​ການ​ແກ້​ໄຂ​. ກ່ຽວ​ກັບ​ໜ້າ​ທີ່​ສຳຄັນ​ຂອງ​ຂະ​ແໜງ​ໃນ​ໄລຍະ​ທີ່​ຈະ​ເຖິງ, ທ່ານ​ ເຈືອງ​ເຕີ້​ນຊາງ ​ເນັ້ນ​ໜັກ​ວ່າ :
    “ຂະ​ແໜງ​ສານປະຊາຊົນ​ຄວນ​ເລັ່ງ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ການ​ພິພາກສາ, ສູ້​ຊົນ​ບໍ່​ປະ​ໃຫ້​ເກີດ​ກາ​ນພິພາກສາ​ຢ່າງ​ບໍ່​ຖືກຕ້ອງ​ຕາມ​ລະບຽບກົດໝາຍ. ສານ​ປະຊາຊົນ​ຂັ້ນ​ຕ່າງໆ​ຄວນ​ປ່ຽນ​ໃໝ່ການຈັດ​ປະຊຸມ​ສານ, ກຳນົດ​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ທີ່​ຕັ້ງ​ບົດບາດ, ສິດ​ອຳນາດ, ໜ້າ​ທີ່​ຮັບຜິດຊອບ​ຂອງ​ຜູ້​ປະ​ຕິ​ບັດ​ການ​ດຳ​​ເນີນຄະດີ ​ແລະ​ເຂົ້າ​ຮ່ວມ​ການ​ດຳ​ເນີນ​ຄະດີ, ຮັບປະກັນ​ລັກສະ​ນະ​ເປີດ​ເຜີຍ, ປະຊາທິປະ​ໄຕ, ​ເຂັ້ມ​ງວດ, ຍົກ​ສູງ​ຄຸນ​ນະພາ​ບການ​ໂຕ້​ແຍ້​ງທີ່​ປະຊຸມ​ສານ​ບົນ​ພື້ນຖານ​ບັນດາ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີ ​ແລະ ​ເນື້ອ​ໃນ​ຈິດ​ໃຈ​ການ​ປະຕິ​ຮູບ​ດ້ານ​ຕຸລາການ, ​ເອົາ​ໃຈ​ໃສ່​ປະຕິບັດ​ວຽກ​ງານ​ການ​ໄກ່​ເກ່ຍ​ໃນ​ການ​ແກ້​ໄຂ​ບັນດາ​ຄະດີ​ແພ່ງ, ​ເພີ່ມ​ທະວີ​ການ​ກວດກາ, ຕິດຕາມ​ກວດກາ​ວຽກ​ງານ​ຈັດການ​ປະຊຸມ​ສານ​ຢູ່​ສານ​ຂັ້ນ​ຕ່າງໆ  ”
     ທ່ານ​ປະທານ​ປະ​ເທດ ເຈືອງ​ເຕີ້​ນຊາງ ຍັງ​ສະ​ເໜີ​ຂະ​ແໜງ​ສານ​ປະຊາຊົນ​ຈົ່ງ​ຈັດ​ຕັ້ງ​ປະຕິບັດ​ບັ້ນ​ຂົນຂວາຍຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ​ຈິ​ມິດ​, ຂະ​ບວນການ​ແຂ່ງຂັນ​ “ຮັບ​ໃຊ້​ລັດ, ປະຕິບັດ​ຕາມ​ລະບຽບກົດໝາຍ, ມີ​ຈິດ​ໃຈ​ທ່ຽງ​ທຳ” ເປັນ​ຢ່າງ​ດີ, ພ້ອມ​ກັນ​ນັ້ນ ກໍ່​ປັບ​ໃໝ​ລົງ​ໂທດ​ຕໍ່​ທຸກໆ​ການ​ກະທຳ​ລະ​ເມີດກົດໝາຍ, ສໍ້​ລາດ​ບັງ​ຫຼວງ​ຂອງ​ພະນັກງານ​ລັດຖະກອນ​ຢູ່​ພາຍ​ໃນ​ຂະ​ແໜງ.

ຂ່າວ/ບົດ​ອື່ນ