ສານປີໃໝ່ 2020 ຂອງບັນດາການນຳໂລກ

(VOVWORLD) -ໃນຈຸດເວລາທຳອິດຂອງປີໃໝ່ 2020, ມີການນຳໂລກຫຼາຍທ່ານໄດ້ອອກສານປີໃໝ່ ສຳລັບບັນດາຄຳໝັ້ນສັນຍາ ແລະ ຄວາມຕັດສິນໃຈນຳປະເທດໃຫ້ພັດທະນາຢ່າງວັດທະນາຖາວອນ ແລະ ຕັ້ງຄວາມຫວັງໄວ້ນຳອະນາຄົດອັນດີງາມກວ່າ.

ສານປີໃໝ່ 2020 ຂອງບັນດາການນຳໂລກ - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບ: AFP/TTXVN)

ໃນສານຕົ້ນປີໃໝ່ ທີ່ໄດ້ອ່ານໃນຄ່ຳຄືນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ຢູ່ເຮືອນເລກທີ 10,ຖະໜົນ Downing, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໃຫ້ຮູ້ເນື້ອໃນທຳອິດໃນໂຄງການດຳເນີນງານຂອງທ່ານແມ່ນ ປະຕິບັດສຳເລັດຄວາມມຸ່ງມາດປາດຖະໜາໃນການເລືອກຕັ້ງ ແລະ ນຳປະເທດອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (ຫຼືເອີ້ນວ່າ Brexit) ໃນວັນທີ 31 ມັງກອນ 2020.

          ຢູ່ອີຕາລີ, ໃນສານຕົ້ນປີໃໝ່ທີ່ໄດ້ອ່ານໃນຄ່ຳຄືນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ທ່ານປະທານາທິບໍດີອີຕາລີ Sergio Mattarella ໃຫ້ຮູ້ວ່າ, ສັງຄົມອີຕາລີ ພວມຜ່າຜ່າຄວາມຫຍຸ້ງຍາກ ແລະ ແຕກແຫງ ແລະ ຍັງບໍ່ທັນສາມາດສ້າງໄດ້ເງື່ອນໄຂເພື່ອເສີມຂະຫາຍທຸກແຫຼ່ງກຳລັງ.

          ຢູ່ອາຊີ, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ເນັ້ນໜັກວ່າ, ສິງກະໂປ ໄດ້ຮັບຜົນປະໂຫຍດຢ່າງໃຫຍ່ຫຼວງຈາກທ່າອ່ຽງໂລກາພິວັດ ແລະ ປະເທດນີ້ສືບຈະຕໍ່ເປີດປະຕູ ແລະ ເຊື່ອມຕໍ່ກັບໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ