ສານປີໃໝ່ທີ່ມີຄວາມໝາຍຂອງການນຳປະເທດຕ່າງໆໃນໂລກ

(VOVWORLD) -ໃນບັນຍາກາດທີ່ຟົດຟື້ນມ່ວນຊື່ນຕ້ອນຮັບປີໃໝ່ 2020 ໃນທົ່ວໂລກ. ທ່ານເລຂາທິການໃຫຍ່ ສ.ປ.ຊ ອານໂຕນີ ກີເຕີເຣັດ ໄດ້ສົ່ງສານປີໃໝ່ທີ່ໄດ້ເອົາລົງທາງສື່ສັງຄົມ Twitter.
ສານປີໃໝ່ທີ່ມີຄວາມໝາຍຂອງການນຳປະເທດຕ່າງໆໃນໂລກ - ảnh 1 ທ່ານເລຂາທິການໃຫຍ່ ສ.ປ.ຊ ອານໂຕນີ ກີເຕີເຣັດ

ສານຂອງທ່ານໄດ້ເນັ້ນໜັກວ່າ  ໂລກພວມກ້າວກ້າວເຂົ້າສູ່ປີ 2020 ດ້ວຍຄວາມບໍ່ແນ່ນອນ ແລະ ບໍ່ປອດໄພ ພ້ອມທັງສະແດງຄວາມຫວັງຕໍ່ກຳລັງແຮງຂອງລຸ່ນໜຸ່ມໃນທົ່ວໂລກ.

   ເນື່ອງໃນໂອກາດປີໃໝ່ສາກົນ 2020, ປະທານາທິບໍດີ ລັດເຊຍ ປູຕີນ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງຊາວລັດເຊຍທຸກທົ່ວໜ້າ ດ້ວຍສານກ່ຽວກັບກຳລັງແຮງແຫ່ງສາມັກຄີ. ປະທານາທິບໍດີ ລັດເຊຍ ປູຕີນ ກ່າວວ່າ :

    “ ພວກເຮົາພວມດຳລົງຊີວິດໃນໄລຍະທີ່ມີພາຍຸລົມແດງ, ຂະຫຍັນຂັນເຄື່ອນ, ມີການຂັດແຍ້ງກັນ. ແຕ່ພວກເຮົາສາມາດ ແລະ ເຮັດທຸກໆຢ່າສງເພື່ອໃຫ້ລັດເຊຍພັດທະນາຢ່າງສຳເລັດຜົນ, ເພື່ອໃຫ້ທຸກສິ່ງໃນຊີວິດຂອງພວກເຮົາປ່ຽນແປງໄປເປັນຢ່າງດີກ່ວາ. ມີພຽງແຕ່ພ້ອມກັນແກ້ໄຂໜ້າທີ່ໃນປະຈຸບັນ ທີ່ພວມວາງອອກຕໍ່ສັງຄົມ ແລະ ປະເທດຊາດ. ຄວາມສາມັກຄີຂອງພວກເຮົານັ້ນ ແມ່ນພື້ນຖານເພື່ອບັນລຸເປົ້າໝາຍອັນສູງສົ່ງ ”

   ຢູ່ປະເທດເຢຍລະມັນ, ບັນຫາຕ້ອນການປ່ຽນແປງຂອງດິນຟ້າອາກາດ ກໍແມ່ນສ່ວນໜຶ່ງໃນສານຂອງທ່ານນາງ ນາຍົກລັດຖະມົນຕີ ອາເຢລາ ເມີແຄນ ທີ່ສົ່ງເຖິງທຸກໆຄົນໃນປີໃໝ່.

         ສ່ວນທ່ານປະທານາທິບໍດີ ຝະລັ່ງ ມາເຊຣອນ ກໍໃຫ້ຮູ້ວ່າ ນອກຈາກການເຕືື້ອງເຖິງວິທີແກ້ໄຂບັນດາບັນຫາຢູ່ພາຍໃນປະເທດ ຄືການໂຕ້ແຍ້ງກັນທາງດ້ານແຜນການປະຕິຮູບລະບອບພັກບຳນານ, ທ່ານປະທານາທິບໍດີ ຝະລັ່ງ ມາເຊຣອນ ຍັງເຕື້ອງເຖິງບຸລິມະສິດຂອງຕົນໃນບັນດານະໂຍບາຍການຕ່າງປະເທດ ຄືຍູ້ແຮງເສລີ ປະຊາທິປະໄຕ ຢູ່ເອີລົບ, ກໍຄືຊຸກຍູ້ການພົວພັນກັບອັງກິດໃນໄລຍະຫຼັງ Brexit.

    ສ່ວນໃນສານປີໃໝ່, ທ່ານນາຍົກລັດຖະມົນຕີ ຍີປຸ່ນ ຊິນໂຢ ອາເບ ໄດ້ໝັ້ນໝາຍຊຸກຍູ້ການປະຕິຮູບໃນຫຼາຍຂົງເຂດ ຈາກການຫນູນຊ່ວຍສັງຄົມຕະຫຼອດຮອດ ລັດຖະທຳມະນູນ ພ້ອມທັງຫວັງວ່າ ປະເທດນີ້ຈະເປັນເຈົ້າພາບຈັດງານແຂ່ງຂັນກິລາ ໂອແລມປິກ ແລະ ປາຣາລິມປິກ ໂຕກຽວ 2020 ຢ່າງສຳເລັດຜົນ. 

ຕອບກັບ

ຂ່າວ/ບົດ​ອື່ນ