ສານ​ຢື້​ຢາມ​ຖາມ​ຂ່າວ ຂອງ ມຽນ​ມາ ກ່ຽວ​ກັບ​ໄພ​ນ້ຳ​ຖ້ວມ ຢູ່​ພາກ​ກາງ ຫວຽດ​ນາມ

(VOVWORLD) -ທ່ານນາງ Aung San Suu Kyi ເຊື່ອໝັ້ນວ່າ ດ້ວຍຈິດໃຈອົງອາດກ້າແກ່ນ ແລະ ຄວາມສາມັກຄີຂອງປະຊາຊົນ ຫວຽດນາມ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າບັນດາສິ່ງທ້າທາຍ ຍ້ອນໄພທຳມະຊາດກໍ່ຂຶ້ນໂດຍໄວ.

        ຕາມຂ່າວວັນທີ 21 ຕຸລາ ຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ໄດ້ໃຫ້ຂ່າວກ່ຽວກັບໄພນ້ຳຖ້ວມ ແລະ ດິນເຊາະເຈື່ອນ ກໍ່ຜົນເສຍຫາຍຢ່າງໜັກໜ່ວງ ທັງຊີວິດອິນຊີ ແລະ ຊັບສິນຂອງພໍ່ແມ່ປະຊາຊົນບັນດາແຂວງພາກກາງ ຫວຽດນາມ, ທ່ານນາງ Aung San Suu Kyi  ທີ່ປຶກສາແຫ່ງລັດ ມຽນມາ ໄດ້ສົ່ງສານຢື້ຢາມຖາມຂ່າວມາຍັງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.

        ໃນສານຄດັ່ງກ່າວ, ທ່ານນາງ Aung San Suu Kyi ໄດ້ສະແດງຄວາມເຂົ້າອົກເຂົ້າໃຈ ແລະ ຝາກຄຳຢື້ຢາມຖາມຂ່າວມາຍັງລັດຖະບານ ແລະ ປະຊາຊົນຢູ່ເຂດຖືກຜົນເສຍຫາຍ ຍ້ອນໄພນ້ຳຖ້ວມ ແລະ ດິນເຊາະເຈື່ອນ, ພ້ອມທັງເຊື່ອໝັ້ນວ່າ ດ້ວຍຈິດໃຈອົງອາດກ້າແກ່ນ ແລະ ຄວາມສາມັກຄີຂອງປະຊາຊົນ ຫວຽດນາມ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າບັນດາສິ່ງທ້າທາຍ ຍ້ອນໄພທຳມະຊາດກໍ່ຂຶ້ນໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ