ສານ​ລັດ​ຖະ​ທຳ​ມະ​ນູນ ອິນໂດເນເຊຍ ປະ​ຕິ​ເສດ​ບັ​ນ​ດາ​ຄຳ​ຮ້ອງທຸກ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບ​ໍ​ດີ

(VOVWORLD) - ວັນທີ 27 ມິຖຸນາ, ສານລັດຖະທຳມະນູນອິນໂດເນເຊຍໄດ້ຍົກອອກຄຳຕັດສິນກ່ຽວກັບຄຳຮ້ອງທຸກສຳລັບຜົນຂອງການເລືອກຕັ້ງປະທານາທິບໍດີ ເຊິ່ງໄດ້ດຳເນີນເມື່ອເດືອນ ເມສາ ທີ່ຜ່ານມາ. 
ສານ​ລັດ​ຖະ​ທຳ​ມະ​ນູນ ອິນໂດເນເຊຍ ປະ​ຕິ​ເສດ​ບັ​ນ​ດາ​ຄຳ​ຮ້ອງທຸກ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບ​ໍ​ດີ - ảnh 1ສານລັດຖະທຳມະນູນ ອິນໂດເນເຊຍ ປະຕິເສດບັນດາຄຳຮ້ອງທຸກກ່ຽວກັບການເລືອກຕັ້ງ ປະທານາທິບໍດີ (ພາບ:  Liputan6) 

ທ່ານ Anwar Usman ຫົວໜ້າສານລັດຖະທຳມະນູນ ເປັນປະທານການປະຊຸມສານພິພາກສາ, ໄດ້ປະກາດຄຳຕັດສິນສຸດທ້າຍໃນຕອນແລງວັນທີ 27 ມິຖຸນາ . ຕາມນັ້ນແລ້ວ, ສະພາພິພາກສາໄດ້ປະຕິເສດທຸກໆຄຳຮ້ອງທຸກຂອງຄູ່ສະໝັກເລືອກຕັ້ງທີ ສອງ Prabowo Subianto ແລະ Sandiaga Uno. ດ້ວຍໝາກຜົນນີ້ິ້, ຄູ່ສະໝັກເລືອກຕັ້ງທີໜຶ່ງລວມມີ ທ່ານປະທານາທິບໍດີຄົນປະຈຸບັນ Joko Widodo  ແລະ ຜູ້ຮ່ວມຈົດຊື່ອອກສະໝັກເລືອກຕັ້ງ Maruf Amin ຈະເປັນການນຳຂອງ ອິນໂດເນເຊຍ ໃນໄລຍະ 2019 -2024. ທີ່ການປະຊຸມສານພິພາກສາ, ບັນດາຝ່າຍທີ່ກ່ຽວຂ້ອງທັງໝົດລ້ວນແຕ່ມີໜ້າລວມມີ: ອົງການໄຊຊະນະແຫ່ງຊາດ, ຜູ້ຕາງໜ້າໃຫ້ແກ່ຄູ່ອອກສະໝັກເລືອກຕັ້ງທີສອງ Prabowo Subianto ແລະ Sandiaga Uno, ກຸ່ມຍຸດທະສາດແຫ່ງຊາດ ຂອງ ຄູ່ອອກສະໝັກເລືອກຄັ້ງທີໜຶ່ງ Joko Widodo ແລະ Maruf Amin, ຄະນະກຳມະການການເລືອກຕັ້ງ(KPU) ແລະອົງການຕິດຕາມກວດກາການເລືອກຕັ້ງ (Bawaslu).

        ກ່ອນໜ້ານັ້ນ, ເພື່ອກະກຽມໃຫ້ແກ່ການປະຊຸມສານພິພາກສາສຸດທ້າຍ, ສານລັດຖະທຳມະນູນໄດ້ຈັດຕັ້ງວາລະການອະພິປາຍໃນລະຫວ່າງ ວັນທີ 14 - 28 ມິຖຸນາ ເພື່ອພິຈາລະນາບັນດາປັດໄຈຮ້ອງຟ້ອງ, ຮ້ອງທຸກ.

ຕອບກັບ

ຂ່າວ/ບົດ​ອື່ນ