ສານ​ສູງ​ສຸດ Pennsylvania ຮັບ​ໃບ​ຮ້ອງ​ຟ້ອງ​ກ່ຽວ​ກັບ​ບັດ​ເລືອກ​ຕັ້ງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

(VOVWORLD) - ວັນທີ 18 ພະຈິກ, ສານສູງສູດ ລັດ Pennsylvania ແຈ້ງໃຫ້ຊາບວ່າຈະຮັບໃບຮ້ອງຟ້ອງຂອງຄະນະຂົນຂວາຍຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ກ່ຽວຂ້ອງເຖິງບັດເລືອກຕັ້ງຜ່ານທາງໄປສະນີ ນັບພັນບັດຖືກຂາດຂໍ້ມູນຢູ່ນະຄອນ Philadelphia.
ສານ​ສູງ​ສຸດ Pennsylvania ຮັບ​ໃບ​ຮ້ອງ​ຟ້ອງ​ກ່ຽວ​ກັບ​ບັດ​ເລືອກ​ຕັ້ງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump - ảnh 1ການນັບບັດຢູ່ ລັດ Pennsylvania (ພາບ: The Guardian/Getty Images) 

 ກ່ອນໜ້ານັ້ນ, ສານຂັ້ນຕ່ຳກວ່າ ໄດ້ອອກຄຳຕັດສິນປະຕິເສດໃບຮ້ອງຟ້ອງຂອງຄະນະຂົນຂວາຍຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ Donald Trump. ຄຳຕັດສິນສຸດທ້າຍຂອງສານສູງສຸດຢູ່ລັດ Pennsylvania ອາດຈະສົ່ງຜົນກະທົບຕໍ່ບັດເລືອກຕັ້ງຢູ່ທົ່ວລັດ.

        ໃນເຫດການທີ່ກ່ຽວຂ້ອງ, ໃນວັນດຽວກັນ, ທ່ານ Brad Raffensperger - ເລຂາລັດ Georgia ຖືວ່າ ໝາກຜົນຂອງການເຄື່ອນໄຫວນັບບັດຄືນ ພວມໄດ້ຮັບການດຳເນີນຢູ່ລັດນີ້ ບໍ່ສາມາດປ່ຽນແປງໄຊຊະນະຂອງຜູ້ສະໝັກເລືອກຕັ້ງພັກປະຊາທິປະໄຕ Joe Biden  ໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ຄັ້ງນີ້ໄດ້.

        ປັດຈຸບັນ, ຄະນະຂົນຂວາຍຫາສຽງເລືອກຕັ້ງຂອງທ່ານ Donald Trump ກໍພວມຊັ່ງຊາຕໍ່ຄຳຮຽກຮ້ອງນັບບັດຢູ່ລັດ Wisconsin ຄືນໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ