ສານ​ສູງ​ສຸດ ອັງ​ກິດ ປະ​ຕິ​ເສດ​ແຜນ​ການ​ຈັດຕັ້ງ​ການເອົາຄວາມ​ເຫັນ​ຂອງ​ປະ​ຊາ​ຊົນ ຄັ້ງ​ທີ 2 ກ່ຽວ​ກັບ​ບັ​ນ​ຫາ​ເອ​ກະ​ລາດ​ຂອງ​ເຂດ Scotland

(VOVWORLD) -ວັນທີ 23 ພະຈິກ, ຢູ່ ລອນດອນ ບັນດາຜູ້ພິພາກສາຢູ່ສານສູງສຸດ ອັງກິດ ໄດ້ປ່ອນບັດດ້ວຍອັດຕາເຫັນດີເຫັນພ້ອມສູງ ເພື່ອແນໃສ່ຄັດຄ້ານຄວາມມານະພະຍາຍາມຂອງອຳນາດການປົກຄອງເຂດ Scotland ໃນການຈັດຕັ້ງການເອົາຄວາມເຫັນຂອງປະຊາຊົນ ຄັ້ງທີ 2 ໃນປີ 2023 ກ່ຽວກັບການແຍກເຂດດິນແດນ Scotland ອອກເປັນເອກະລາດ.
ສານ​ສູງ​ສຸດ ອັງ​ກິດ ປະ​ຕິ​ເສດ​ແຜນ​ການ​ຈັດຕັ້ງ​ການເອົາຄວາມ​ເຫັນ​ຂອງ​ປະ​ຊາ​ຊົນ ຄັ້ງ​ທີ 2 ກ່ຽວ​ກັບ​ບັ​ນ​ຫາ​ເອ​ກະ​ລາດ​ຂອງ​ເຂດ Scotland - ảnh 1ສານສູງສຸດ ອັງກິດ (ພາບ: Euronews/TTXVN)

ຕາມກົນໄກຈັດແບ່ງສິດອຳນາດເຊິ່ງ Scotland ພວມປະຕິບັດ, ສິດອຳນາດໃນການອະນຸມັດຕໍ່ການຈັດຕັ້ງການເອົາຄວາມເຫັນຂອງປະຊາຊົນກ່ຽວກັບບັນຫາເອກະລາດຂອງເຂດດິນແດນໃດໜຶ່ງ ແມ່ນຂຶ້ນກັບ ສະພາແຫ່ງຊາດ ອັງກິດ. ດັ່ງນັ້ນ, ລັດຖະສະພາເຂດ Scotland ບໍ່ມີສິດອຳນາດເພື່ອປະຕິບັດໜ້າວຽກນີ້.

ອຳນາດການປົກຄອງ ອັງກິດ ເຊິ່ງແມ່ນອົງການຕິດຕາມກວດກາບັນດາບັນຫາລັດຖະທຳມະນູນໃນທົ່ວປະເທດ ຍາມໃດກໍປະຕິເສດການມອບສິດອຳນາດໃຫ້ແກ່ອຳນາດການປົກຄອງເຂດ Scotland ຈັດຕັ້ງການເອົາຄວາມເຫັນຂອງປະຊາຊົນກ່ຽວກັບບັນຫາແຍກເຂດອອກເປັນເອກະລາດ. ລອນດອນ ຢັ້ງຢືນວ່າ ໝາກຜົນຂອງການເອົາຄວາມເຫັນຂອງປະຊາຊົນປີ 2014 ດ້ວຍ ອັດຕາ 55% ປະຊາຊົນ Scotland  ຄັດຄ້ານການແຍກອອກເປັນເອກະລາດນັ້ນ ແມ່ນຄຳຕອບທີ່ມີຄຸນຄ່າໃຫ້ທັງຍຸກສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ