ສານສູງສຸດ ອາເມລິກາ ຮັກສາລັດຖະດຳລັດຫ້າມຊາວອົບພະຍົບຂອງປະທານາທິດີ Trump ໄວ້ຊົ່ວຄາວ

(VOVWORLD) - ວັນທີ 11 ກັນຍາ, ສານສູງສຸດ ອາເມລິກາ ໄດ້ຕັດສິນຮັກສາຊົ່ວຄາວລັດຖະດຳລັດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບເລື່ອງເກືອດຫ້າມຊາວອົບພະຍົບເກືອບທັງໝົດເຂົ້າ ອາເມລິກາ, ຜ່ານນັ້ນ ໄດ້ໂຈ້ບັນດາຂໍ້ຕົກລົງໃໝ່ຂອງສານຂັ້ນລຸ່ມທີ່ກ່ຽວຂ້ອງເຖິງ ລັດຖະດຳລັດນີ້ໄວ້. 
ສານສູງສຸດ ອາເມລິກາ ຮັກສາລັດຖະດຳລັດຫ້າມຊາວອົບພະຍົບຂອງປະທານາທິດີ Trump ໄວ້ຊົ່ວຄາວ - ảnh 1 ລັດຖະດຳລັດຂອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮັກສາໄວ້ຊົ່ວຄາວ

ຕາມຄຳຕັດສິນໃໝ່ຂອງປະທານສານສູງສຸດ ທ່ານ Anthony Kennedy ແລ້ວ, ສານຕ້ອງການມີເວລາຕື່ມອີກເພື່ອພິຈາລະນາຂໍ້ສະເໜີແນະຈາກກະຊວງຍຸຕິທຳ ທີ່ໄດ້ຄັດຄ້ານຄຳຕັດສິນສ່ວນໜຶ່ງຂອງສານອຸທອນ Francisco ທີ່ຍົກອອກມາໃນວັນທີ 8 ກັນຍາ, ໃນນັ້ນອະນຸຍາດໃຫ້ຊາວອົບພະຍົບໃນທົ່ວໂລກເຂົ້າເມືອງ ອາເມລິກາ ຖ້າຫາກມີຈົດໝາຍເຊື້ອເຊີນຖືກຕ້ອງຕາມກົດໝາຍຈາກອົງການອາໄສຄົງທີ່ເຄື່ອນໄຫວຢູ່ ອາເມລິກາ. ຄຳຕັດສິນນີ້ກໍ່ໄດ້ເພີ່ມເຕີມບັນດາບຸກຄົນທີ່ຖືກຍົກເວັ້ນອອກຈາກຄຳສັ່ງຂອງປະທານາທິບໍດີ Trump ລວມມີ: ພໍ່ແມ່, ອ່າວອາ, ລຸງ ແລະ ອ້າຍເອື້ອຍນ້ອງຂອງພົນລະເມືອງ ອາເມລິກາ. ຕາມແຜນການແລ້ວ, ຄຳຕັດສິນຂອງສານອຸທອນຈະມີຜົນສັກສິດໃນວັນທີ 12 ກັນຍາ. ຕາມການຄາດຄະເນແລ້ວ, ຖ້າຫາກຄຳຕັດສິນນີ້ມີຜົນສັກສິດ ຈະມີຊາວອົບພະຍົບປະມານ 24.000 ມີເງື່ອນໄຂພຽງພໍເພື່ອເຂົ້າ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ