ສານ​ສູງ​ສຸດ​ຕັດ​ສິນ​ຢຸດ​ຕິ​ການ​ໂຕ້​ຖຽງ​ກັນ​ດ້ານ​ນິ​ຕິ​ກຳ​ຢູ່ ລັດ Carolina ເໜືອ

(VOVWORLD) -ການໂຕ້ຖຽງດ້ານນິຕິກຳກ່ຽວກັບບັນຫາການຕໍ່ກຳນົດເວລານັບບັດເລືອກຕັ້ງ ສຳລັບບັນດາບັດເລືອກຕັ້ງທີ່ໄດ້ຝາກທາງໄປສະນີ ໄດ້ອັດລົງຢູ່ ລັດ Carolina ເໜືອ, ເຊິ່ງເປັນໜຶ່ງໃນບັນດາລັດທີ່ໄດ້ຮັບການຕີລາຄາວ່າ ດຸເດືອດ ໃນການປ່ອນບັດເລືອກຕັ້ງ ປະທານາທິບໍດີ ອາເມລິກາ ປີ 2020.
ສານ​ສູງ​ສຸດ​ຕັດ​ສິນ​ຢຸດ​ຕິ​ການ​ໂຕ້​ຖຽງ​ກັນ​ດ້ານ​ນິ​ຕິ​ກຳ​ຢູ່ ລັດ  Carolina ເໜືອ - ảnh 1ຜູ້ມີສິດເລືອກຕັ້ງ ອາເມລິກາ ໄປບ່ອນບັດເລືອກຕັ້ງຜ່ານທາງໄປສະນີ (ພາບປະກອບ:  AFP/TTXVN)

ວັນທີ 28 ຕຸລາ, ສານສູງສຸດ ອາເມລິກາ ໄດ້ປະຕິເສດຄວາມມານະພະຍາຍາມຂອງທິມງານຂົນຂວາຍຫາສຽງເລືອກຕັ້ງ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກໍຄື ພັກສາທາລະນະ ເພື່ອແນໃສ່ຕ່າວປິ້ນຄວາມຕັດສິນໃຈແກ່ຍາວຕື່ມອີກ 6 ວັນ ເພື່ອຮັບບັດເລືອກຕັ້ງຜ່ານທາງໄປສະນີ ຂອງຜູ້ມີສິດເລືອກຕັ້ງ ຢູ່ ລັດ Carolina ເໜືອ.

        ກ່ຽວຂ້ອງເຖິງສະພາບການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020 ໃນປັດຈຸບັນ, ວັນທີ 28 ຕຸລາ, ສຳນັກຂ່າວ Cook Political Report ໄດ້ປ່ຽນ ລັດ Texas ຈາກ ລັດທີ່ “ສະໜັບສະໜູນພັກສາທາລະນະ” ກາຍເປັນ ລັດທີ່ “ລັ່ງເລໃຈ”.

        ໃນຂະນະນັ້ນ, ທ່ານ Joe Biden ບໍ່ຈຳເປັນຕ້ອງມີການສະໜັບສະໜູນຈາກ ລັດ Texas ເພື່ອບັນລຸໄດ້ບັດຜູ້ສະໜັບສະໜູນຂອງຜູ້ມີສິດເລືອກຕັ້ງ 270 ບັດ, ລັດດັ່ງກ່າວມີຄວາມໝາຍກວ່າສຳລັບບັ້ນຫາສຽງເລືອກຕັ້ງຂອງທ່ານ Donald Trump. ຕາມ ສຳນັກຂ່າວ Cook Political Report ແລ້ວ, ເພື່ອເພີ່ມກາລະໂອກາດໄດ້ດຳລົງຕຳແໜ່ງປະທານາທິບໍດີຄືນໃໝ່, ທ່ານ Donald Trump ຕ້ອງຍາດໄດ້ໄຊຊະນະຢູ່ບັນດາລັດ ທີ່ພວມ “ລັ່ງເລໃຈ”, ລວມທັງເຂດເລືອກຕັ້ງທີ 2 ຂອງ ລັດ Maine. ນອກຈາກນັ້ນ, ທ່ານ Donald Trump ກໍຕ້ອງຍາດໄດ້ໄຊຊະນະຢ່າງໜ້ອຍສຸດຢູ່ 2 ລັດ ໃນ ຈຳນວນ 7 ລັດ ທີ່ “ສະໜັບສະໜູນພັກປະຊາທິປະໄຕ” ຕາມການຈັດແບ່ງປະເພດຂອງ ສຳນັກຂ່າວ Cook Political Report.


ຕອບກັບ

ຂ່າວ/ບົດ​ອື່ນ