ສານ​ສູງ​ສຸດ​ອິດ​ສະ​ລາ​ແອັນ ປຶກ​ສາ​ຫາ​ລື​ຄວາມ​ເປັນ​ໄປ​ໄດ້​ໃນ​ການສືບ​ຕໍ່ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງທ່ານ Netanyahu

(VOVWORLD) -ຕາມນັກໄຈ້ແຍກຈຳນວນໜຶ່ງຂອງອິດສະລາແອັນແລ້ວ, ສານມີຄວາມເປັນໄປໄດ້ໜ້ອຍວ່າຈະສະກັດກັ້ນທ່ານ Netanyahu ສ້າງຕັ້ງລັດຖະບານໃໝ່.
ສານ​ສູງ​ສຸດ​ອິດ​ສະ​ລາ​ແອັນ ປຶກ​ສາ​ຫາ​ລື​ຄວາມ​ເປັນ​ໄປ​ໄດ້​ໃນ​ການສືບ​ຕໍ່ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງທ່ານ Netanyahu - ảnh 1 ທ່ານນາຍົກລັດຖະມົນຕີອິດສະລາແອັນ Benjamin Netanyahu (ພາບ: AFP/TTXVN)

ວັນທີ 3 ພຶດສະພາ, ສານສູງສຸດ ອິດສະລາແອັນໄດ້ຈັດຕັ້ງການອະພິປາຍທີ່ແກ່ຍາວເປັນເວລາ 2 ວັນ ເພື່ອຕັດສິນວ່າ ທ່ານນາຍົກລັດຖະມົນຕີ Benjamin Netanyahu ເຊິ່ງເປັນຜູ້ທີ່ຖືກ ສັ່ງຟ້ອງຂຶ້ນສານດ້ວຍຄວາມຜິດ ສໍ້ຫຼາດບັງຫຼວງ ແລະ ສວຍໃຊ້ຄວາມໄວ້ເນື້ອເຊື່ອໃຈ, ຈະໄດ້ຮັບອະນຸຍາດໃນການດສ້າງຕັ້ງລັດຖະບານໃໝ່ຫຼືບໍ່. ຄາດວ່າສານຈະອອກຄຳພິພາກສາໃນວັນທີ 7 ພຶດສາພາ.

ຖ້າຫາກວ່າຄຳພິພາກສາຂອງສານບໍ່ມີຜົນປະໂຫຍດໃຫ້ແກ່ທ່ານ Netanyahu, ແມ່ນ ມີຄວາມເປັນໄປໄດ້ຢ່າງສູງວ່າ ຈະກ້າວໄປສູ່ການເລືອກຕັ້ງຄັ້ງທີ 4 ນັບແຕ່ເດືອນເມສາ ປີ 2019ເປັນຕົ້ນມາ.



ຕອບກັບ

ຂ່າວ/ບົດ​ອື່ນ