ສານສູງສຸດຮົງກົງ(ຈີນ)ປະກາດຄຳສັ່ງຫ້າມຢືດຄອງມົງກົກ(Mongkok)

ສານສູງສຸດຮົງກົງ(ຈີນ)ປະກາດຄຳສັ່ງຫ້າມຢືດຄອງມົງກົກ(Mongkok) - ảnh 1
ຕຳຫຼວດ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ສະ​ກັດ​ກັ້ນ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ມີ​ແຜນ​ນະ​ໂຍ​ບາຍ​ຢືດ​ຄອງ ມົງ​ກົກ ໃນ​ວັນ​ທີ 19/10
(ພາບ:AFP/TTXVN)

(vovworld) – ວັນ​ທີ 20/10, ພາຍຫຼັງ​ໄດ້​ຮັບ​ໃບ​ສະ​ເໜີ​ຂອງ​ບາງ​ສະ​ຫະ​ສະ​ມາ​ຄົມ​ຂະ​ແໜງ​ອາ​ຊ​ີບ, ສານ​ສູງ​ສຸດ​ເຂດ​ບໍ​ລິ​ຫານ​ພິ​ເສດ ຮົງ​ກົງ (ປະ​ເທດ ຈີນ) ໄດ້​ປະ​ກາດ​ຄຳ​ສັ່ງ​ຫ້າມ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ສືບ​ຕໍ່​ຢືດ​ຄອງ​ຖະ​ໜົນ​ສາຍ​ຕ່າງໆ​ຢູ່​ ມົງ​ກົກ. ຄຳ​ຕັດ​ສິນ​ດັ່ງ​ກ່າວ​ຂອງ​ສານ​ສູງ​ສຸດ ມົງ​ກົກ ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ສະ​ຫະ​ສະ​ມາ​ຄົມ Taxi Mong Kok, ສະ​ຫະ​ສະ​ມາ​ຄົມ​ຂັບ​ລົດ Taxi Mong Kok ແລະ ບາງ​ບໍ​ລິ​ສັດ​ລົດ​ເມ​ຢູ່​ເຂດນີ້​ໄດ້​ຍື່ນ​ໃບ​ຄຳ​ຮ້ອງ​ຂຶ້ນ​ສານ​ສູງ​ສ​ຸດ ຮຽກ​ຮ້ອງ​ໃຫ້​ປະ​ກາດ​ໃຊ້​ຄຳ​​ສັ່ງ​ຫ້າມ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ຢືດ​ຄອງ​ຖະ​ໜົນ Nathan. ທະ​ນາຍ​ຄວາມ​ຕາງ​ໜ້າ​ໃຫ້​ບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ນີ້​ຖື​ວ່າ: ນັບ​ແຕ່​ເມື່ອ​ຂະ​ບວນ​ການ “ຢືດ​ຄອງ​ໃຈ​ກາງ” ເກີດ​ຂຶ້ນ​​ກ່ອນນີ້ 3 ​ອາ​ທິດ, ສະ​ພາບ​ການ​ພວມ​ສັບ​ສົນ​ຂຶ້ນ​ຕື່ມ, ພິ​ເສດ​ແມ່ນ​ເລື່ອງ​ຢືດ​ຄອງ​ຖະ​ໜົນ Nathan ຢູ່ ມົງ​ກົກ ໄດ້​ກໍ່​​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ໃຫ້​ຂະ​ແໜງ​ຂົນ​ສົ່ງ.

 


ຂ່າວ/ບົດ​ອື່ນ