ສານ​​ສະ​ບັບທຳ​ອິດ​ຂອງ​ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ຍົກ​ໃຫ້​ເຫັນ​ບຸ​ລິ​ມະ​ສິດ​ພົ້ນ​ເດັ່ນ​ກ່ຽວ​ກັບ​ວຽກ​ງານ​ພາຍ​ໃນ ແລະ ​ການ​ຕ່າງ​ປະ​ເທດ

(VOVWORLD) - ກ່ຽວກັບວຽກງານພາຍໃນ, ທ່ານປະທານາທິບໍດີ Joe Biden ຍົກໃຫ້ເຫັນຜົນງານພົ້ນເດັ່ນຂອງແຜນການກອບກູ້ປະເທດ ອາເມລິກາ ຂອງທ່ານ ເຊິ່ງລວມມີຄວາມມານະພະຍາຍາມໃນການສັກວັກຊິນປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ການໜູນຊ່ວຍດ້ານເສດຖະກິດໃຫ້ປະຊາຊົນ ອາເມລິການັບລ້ານຄົນ, ພື້ນຖານເສດຖະກິດໄດ້ມີການເຕີບໂຕ 5,7% ໃນປີ 2021, ເຊິ່ງເປັນອັດຕາສູງສຸດໃນຮອບເວລາເກືອບ 40 ປີ.
ສານ​​ສະ​ບັບທຳ​ອິດ​ຂອງ​ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ຍົກ​ໃຫ້​ເຫັນ​ບຸ​ລິ​ມະ​ສິດ​ພົ້ນ​ເດັ່ນ​ກ່ຽວ​ກັບ​ວຽກ​ງານ​ພາຍ​ໃນ ແລະ ​ການ​ຕ່າງ​ປະ​ເທດ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Getty Images)

ວັນທີ 01 ມີນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ກ່າວສານສະບັບທຳອິດຂອງຕົນ ຕໍ່ສະພາຕ່ຳ ແລະ ພາສາສູງ ອາເມລິກາ. ເປີດສາກບົດກ່າວປາໄສທີ່ແກ່ຍາວກວ່າ 1 ຊົ່ວໂມງ, ທ່ານປະທານາທິບໍດີ ໄດ້ເຕື້ອງເຖິງບັນຫາ ຢູແກຼນ. ທ່ານຕຳໜິຕິຕຽນການເຄື່ອນໄຫວການທະຫານຂອງ ລັດເຊຍ ຢູ່ ຢູແກຼນ ພ້ອມທັງປະກາດວ່າ ເລື່ອງ ອາເມລິກາ ຈະປິດປະຕູນ່ານຟ້າສຳລັບເຮືອບິນຂອງ ລັດເຊຍ ແມ່ນແນໃສ່ກໍ່ຜົນເສຍຫາຍທາງດ້ານເສດຖະກິດໃຫ້ແກ່ປະເທດນີ້. ທ່ານກໍເນັ້ນໜັກວ່າ, ກຳລັງ ອາເມລິກາ ຈະບໍ່ເຂົ້າຮ່ວມການປະທະກັນກັບ ລັດເຊຍ ຢູ່ ຢູແກຼນ, ມີແຕ່ຈະຮ່ວມກັບ ເອີຣົບ ເພື່ອປົກປ້ອງບັນດາປະເທດສຳພັນທະມິດ NATO ຖ້າຫາກວ່າ ລັດເຊຍ ສືບຕໍ່ບຸກໄປຍັງທາງຕາເວັນຕົກ.

        ກ່ຽວກັບວຽກງານພາຍໃນ, ທ່ານປະທານາທິບໍດີ Joe Biden ຍົກໃຫ້ເຫັນຜົນງານພົ້ນເດັ່ນຂອງແຜນການກອບກູ້ປະເທດ ອາເມລິກາ ຂອງທ່ານ ເຊິ່ງລວມມີຄວາມມານະພະຍາຍາມໃນການສັກວັກຊິນປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ການໜູນຊ່ວຍດ້ານເສດຖະກິດໃຫ້ປະຊາຊົນ ອາເມລິການັບລ້ານຄົນ, ພື້ນຖານເສດຖະກິດໄດ້ມີການເຕີບໂຕ 5,7% ໃນປີ 2021, ເຊິ່ງເປັນອັດຕາສູງສຸດໃນຮອບເວລາເກືອບ 40 ປີ.

ນັກຂ່າວ ປະຈຳ ອາເມລິກາ

 

ຕອບກັບ

ຂ່າວ/ບົດ​ອື່ນ