ສານສເກົາຫຼີອອກຄຳສັ່ງຈັບຕົວສ່ຽວຜູ້ສະໜິດສະໜົມຂອງປະທານາທິບໍດີ Park Geun-hye

ສານສເກົາຫຼີອອກຄຳສັ່ງຈັບຕົວສ່ຽວຜູ້ສະໜິດສະໜົມຂອງປະທານາທິບໍດີ Park Geun-hye - ảnh 1
ສານ ສ​ເກົາຫຼີ ​ໄດ້​ປະກາດ​ໃຊ້​ຄຳ​ສັ່ງ​ຈັບ​ຕົວ​ທ່ານ​ນາງ Choi Soon-sil
(ພາບ: AFP/TTXVN)

(vovworld) - ວັນ​ທີ 3/11, ສານ ສ​ເກົາຫຼີ ​ໄດ້​ປະກາດ​ໃຊ້​ຄຳ​ສັ່ງ​ຈັບ​ຕົວ​ທ່ານ​ນາງ Choi Soon-sil, ​ເຊິ່ງ​ແມ່ນ​ຜູ້​ສະໜິດສະໜົມ​​ມາ​ເປັນ​ເວລາ​ຫຼາຍ​ປີ​ຂອງປະທານາທິບໍດີ Park Geun-hye, ​ໂດຍ​ກ່ຽວຂ້ອງ​ເຖິງ​ກ່າວ​ຫາ​ ເລື່ອງ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນຂອງ​ລັດ. ສານ​ເມືອງ​ໃຈກາງ ​ເຊີ​ອູ​ນ ​ໄດ້​ປະກາດ​ຄຳ​ສັ່ງ​ຈັບ​ຕົວ​ພາຍຫຼັງສໍ້​ຖາມທ່ານ​ນາງ Choi, ອາຍຸ 60 ປີ, ດ້ວຍ​ການ​​ເປັນສັກຂີ​ພິຍານ​ຂອງ​ນັກ​ໄອ​ຍະ​ການ ​ແລະ ນັກ​ກົດໝາຍ​ຂອງ​ທ່ານ​ນາງ. ກ່ອນ​ໜ້າ​ນັ້ນ, ບັນດາ​ນັກ​ໄອ​ຍະ​ການ​ໄດ້​ຮຽກຮ້ອງ​ປະກາດ​ໃຊ້​ຄຳ​ສັ່ງ​ຈັບ​ຕົວ​ທ່ານ​ນາງ Choi, ຜູ້​ຖືກ​ຈັບ​ຢ່າງ​ຮີບ​ດ່ວນ ​ແຕ່​ບໍ່​ຕ້ອງການ​ຄຳ​ສັ່ງ​ຈັບ​ຕົວ. ທ່ານ​ນາງ Choi ຖືກ​ສົງ​ໃສ​ວ່າ​ໄດ້​ແຊກ​ແຊງ​ເຂົ້າ​ວຽກ​ງານ​ສຳຄັນ​ຂອງ​ລັດ ​ແລະ ສວຍ​​ໂອກາດ​ນໍາ​ໃຊ້ສາຍ​ພົວພັນ​ກັບ​ປະທານາທິບໍດີ Park Geun-hye ​ເພື່ອ​ຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ.

ຂ່າວ/ບົດ​ອື່ນ