ສານອີຕາລີຕັດສິນຫ້າມທ່ານ Berlusconi ເຂົ້າຮ່ວມອົງການສຳນັກງານແຫ່ງລັດ

ສານອີຕາລີຕັດສິນຫ້າມທ່ານ Berlusconi ເຂົ້າຮ່ວມອົງການສຳນັກງານແຫ່ງລັດ - ảnh 1
ອະດີດ​ນາຍົກລັດຖະມົນຕີ Silvio Berlusconi ມີໜ້າຢູ່ສະພາສູງເມື່ອວັນທີ 2/10
(ພາບ: Reuters)

(vovworld) - ວັນ​ທີ 19/10, ສານ​ອຸທອນ Milan ຂອງ ອີ​ຕາ​ລີ ​ໄດ້​ຕັດສິນ​ຫ້າມ​ທ່ານ​ອະດີດ​ນາຍົກລັດຖະມົນຕີ Silvio Berlusconi ຮັກສາ​ບັນດາ​ຕຳ​ແໜ່​ງການ​ນຳ​ໃນ​ບັນດາ​ອົງການສຳນັຫງານ​ແຫ່ງ​ລັດ​ໃນ​ເວລາ 2 ປີ. ຄຳ​ຕັດສິນ​ດັ່ງກ່າວ​ແມ່ນ​ນອນ​ໃນ​ຄຳ​ຕັດສິນ​ຂອງ​ສານ​ສຳລັບ​ທ່ານ Berlusconi ​ໃນ​ກໍລະ​ນີສໍ້​ໂກງ​ພາສີ​ທີ່​ກ່ຽວຂ້ອງ​ເຖິງ​ບໍລິສັດ Mediaset ຂອງ​ທ່ານ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍ້ອນວ່າ​ປະຈຸ​ບັນ, ທ່ານ Berlusconi ພວມ​ແມ່ນ​ສະມາຊິກ​ສະພາ​ສູງ, ຄຳ​ຕັດສິນ​ຂອງ​ສານ​ຈະ​ບໍ່​ມີ​ຜົນ​ສັກສິດ​ໃນ​ທັນທີ ​ເຊິ່ງຕ້ອງ​ອີງ​​ໃສ່​ໝາກຜົນ​ຂອງ​ການ​ປ່ອນ​ບັດ​ທີ່​ສະພາ​ສູງ​ກ່ຽວ​ກັບ​ການປົດ​ຕຳ​ແໜ່​ງ, ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ເດືອນ​ໜ້າ. ບັນດາ​ທະນາຍຄວາມ​ຂອງ​ທ່ານ Berlusconi ມີ​ສິດ​ຄັດຄ້ານ​ຄຳ​ຕັດສິນ​ດັ່ງກ່າວ​ຂອງ​ສານ.

ຂ່າວ/ບົດ​ອື່ນ