ສານອຸທອນອາເມລິກາປະຕິເສດໃບຂໍອຸທອນຂອງກະຊວງຍຸຕິທຳ

ສານອຸທອນອາເມລິກາປະຕິເສດໃບຂໍອຸທອນຂອງກະຊວງຍຸຕິທຳ - ảnh 1
ທ່ານ​ປະທານາທິບໍດີ Donald Trump
(ພາບ: Getty Images)

(vovworld) – ​ ​ ວັນ​ທີ 05/02 ສານ​ອຸທອນ​ສະຫະລັດ ອາ​ເມ​ລິ​ກາ ​ໄດ້ປະຕິ​ເສດ​ໃບ​ຂໍ​ອຸທອນຂອງ​ກະຊວງ​ຍຸຕິ​ທຳ ອາ​ເມ​ລິ​ກາ ກ່ຽວ​ກັບ​ເລື່ອງຟື້ນ​ຟູລັດຖະດຳລັດ​ໂດຍ​ທ່ານ​ປະທານາທິບໍດີ Donald Trump ປະກາດ​ໃຊ້​ເມື່ອ​ທ້າຍ​ເດືອນ 01/2017 ກ່ຽວ​ກັບ​​ເລື່ອງ​ຫ້າມ​ຊາວ​ລີ້​ໄພ ​ແລະ ພົນລະ​ເມືອງທີ່​ມາ​ຈາກ 7 ປະ​ເທດ​ມີ​ປະຊາກອນ​ສ່ວນ​ຫລາຍ​ເປັນ​ຊາວ​ອິດສະ​ລາມ​ເຂົ້າປະ​ເທດ​ນີ້. ຕາມ​ຄຳ​ຕັດສິນ​ໃໝ່​ຂອງ​ສານ​ອຸທອນ​ສະຫະລັດ, ​ໃບຂໍ​ອຸທອນຂອງກະຊວງ​ຍຸຕິ​ທຳ ອາ​ເມ​ລິ​ກາ ສຳລັບ​ຄຳ​ຕັດສິນ​​ໃນ​ວັນ​ທີ 03/02 ຂອງ​ຜູ້​ພິພາກສາສານ​ສະຫະລັດ​ຢູ່​ນະຄອນ Seattle ທີ່ສະກັດ​ກັ້ນ​ລັດຖະດຳລັດ​ດັ່ງກ່າວ ​ໄດ​້ຖືກ​ປະຕິ​ເສດ. ສານ​ອຸທອນ​ສະຫະລັດ ອາ​ເມ​ລິ​ກາ ກໍ່​ຮຽກ​ຮ້ອງ​ກະຊວງຍຸຕິ​ທຳ ອາ​ເມ​ລິ​ກາ ມີ​ຄຳ​ເຫັນ ​ໃນ​ວັນ​ທີ 06/02. ກ່ອນ​ໜ້າ​ນັ້ນ​ ຜູ້​ພິພາກສາ​ສານ​ສະຫະລັດ​ຢູ່​ນະຄອນ Seattle, ລັດ ວໍ​ຊິງ​ຕັນ ໄດ້ອອກ​ຄຳ​ຕັດສິນ​ດັ່ງກ່າວໃນ​ທົ່ວ​ປະ​ເທດ​​ເພື່ອສະກັດ​ກັ້ນລັດຖະດຳລັດຫ້າມ​ຊາວ​ລີ້​ໄພ ​ແລະ ພົນລະ​ເມືອງທີ່​ມາ​ຈາກ 7 ປະ​ເທດ​ມີ​ປະຊາກອນ​ສ່ວນ​ຫລາຍ​ເປັນ​ຊາວ​ອິດສະ​ລາມ​ເຂົ້າ ອາ​ເ​ມລິ​ກາ ​ໂດຍປະທານາທິບໍດີ Donald Trump ປະກາດ​ໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ