ສານອີຢິບຕັດສິນຈຳຄຸກຜູ້ສະໜັບສະໜູນMBກ່ວາ160ຄົນ

ສານອີຢິບຕັດສິນຈຳຄຸກຜູ້ສະໜັບສະໜູນMBກ່ວາ160ຄົນ - ảnh 1
ເຫດວາງລະເບີດລົດໂອໂຕຢູ່ກາຍໂຣ
(ພາບ: PressTV)

(vovworld) - ວັນ​ທີ 18/5, ສານ​ແຫ່ງ​ໜຶ່ງ​ຂອງ ອີ​ຢິບໄດ້​ຕັດສິນ​ຈຳຄຸກ 10 ປີ​ສຳລັບ 126 ຄົນ​ທີ່​ສະໜັບສະໜູນ​ຂະ​ບວນການ​ອ້າຍ​ນ້ອງ​ຊາວ ມົດ​ສະ​ລິ​ມ (MB) ຍ້ອນ​ມີ​ສ່ວນກ່ຽວຂ້ອງ​ເຖິງ​ການ​ໃຊ້​ຄວາມ​ຮຸນ​​ແຮງຢູ່​ນະຄອນ Kafar El Sheikh, ພາກ​ເໜືອ​ປະ​ເທດ​ນີ້​ເມື່ອ​ເດືອນ 8/2013. ບັນດາ​ເປົ້າ​ໝາຍ​ນີ້​ຖືກ​ຈຳ​ຄຸກ​ຍ້ອນ​ໄດ້​ບຸກ​ໂຈມ​ຕີ​ຕຳຫຼວດ, ທຳລາ​ຍຊັບ​ສິນ​ຂອງ​ລັດ ​ແລະ ຍຸຍົງ​ສົ່ງ​ເສີມການ​​ເກາະ​ຜິ​ດ​ໃຊ້​ຄວາມ​ຮຸນ​ແຮງ​ເມື່ອ​ວັນ​ທີ 16/8/2013, ພາຍຫຼັງ​ 2 ວັນ​ທີ່ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ປາບປາມການ​ປະ​ທ້ວງ 2 ຄັ້ງ​ແບບ​ນັ່ງ​ຂອງ​ບັນດາ​ຜູ້​ສະໜັບສະໜູນ​ປະທານາທິບໍດີ​ຜູ້​ຖືກ​​ໂຄ່ນ​ລົ້ມ Mohamed Morsi ຢູ່ ກາຍ​ໂຣ, ​ເຮັດ​ໃຫ້​ນັບ​ຮ້ອຍ​ຄົນ​ເສຍ​ຊີວິດ. ນອກຈາກ​ນັ້ນ, ​ໃນ​ຄະດີ​ອື່ນ, ຜູ້​ສະໜັບສະໜູນ MB 37 ຄົນ​ກໍ່​ຖືກ​ຕັດສິນ​ລົງ​ໂທດ ຈຳ​ຄຸກ 15 ປີ​ຍ້ອນມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ກົນອຸບາຍ​ວາງ​ລະ​ເບີດ​ຢູ່ສະຖານີ​ລົດ​ໄຟ​ໃຕ້​ດິນ​ແຫ່ງ​ໜຶ່ງ​ຢູ່ ກາຍ​ໂຣ.


ຂ່າວ/ບົດ​ອື່ນ