ສານອີຢີບຕັດສິນລົງໂທດເກືອບ50ຄົນທີ່ສະໜັບສະໜູນອະດີດປະທານາທິບໍດີ Morsi

ສານອີຢີບຕັດສິນລົງໂທດເກືອບ50ຄົນທີ່ສະໜັບສະໜູນອະດີດປະທານາທິບໍດີ Morsi - ảnh 1
(ພາບປະກອບ: AFP/TTXVN)

​(vovworld) - ວັນ​ທີ 28/06, ສຳນັກ​ຂ່າວສານ​ທາງ​ການ MENA ຂອງ​ ອີຢີບ ​ໄດ້​ໃຫ້​ຂ່າວ​ວ່າ, ສານ​ອາຍາ​ແຫ່ງ​ໜຶ່ງຂອງ​ປະ​ເທດ​ນີ້​ໄດ້ຕັດສິນ​ລົງ​ໂທດຈຳ​ຄຸກ​​ຜູ້ສະໜັບສະ​ໜູນ​ປະ​ທານາ​ທິບໍ​ດີ​ຜູ້​ຖືກ​​ໂຄ່ນ​ລົ້ມ Mohammed Morsi ​ແລະ ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ສະ​ລິ​ມ (MB) 47 ຄົນແຕ່ 3 – 15 ປີ, ດ້ວຍ​ໂທດ​ປຸກ​ລຸກ​ໃຊ້​ຄວາມ​ຮຸນ​ແຮງ. ສານ​ອາຍາ Zagazig ສະຫຼຸບ​ວ່າ ບັນດາ​ຜູ້ຕ້ອງ​ຫາ​ແມ່ນ​ສະມາຊິກ​ຂອງ​ອົງການ​ກໍ​່ການ​ຮ້າຍ​ໜຶ່ງ, ລະ​ເມີດ​ກົດໝາຍ​ຕ້ານ​ການ​ແຫ່​ຂະບວນປະ​ທ້ວງ​​ໃໝ່, ຕ້ານ​ອຳນາດ​ການ​ປົກຄອງ. ຕົ້ນ​​ເດືອນ 06, ສານອີຢີບ ​ແຫ່ງ​ໜຶ່ງ ​ໄດ້​ປະກາດ​ລົງໂທດ​ປະຫານ​ຊີວິດ​ສຳລັບ​ທ່ານ Mohammed Morsi, ຍ້ອນ​ມີ​ກົນອຸບາຍ​ໂຕນ​ຄຸກ ​ແລະ ບຸກ​ໂຈມ​ຕີ​ຕຳຫຼວດ​ກ່ອນ​ເສິກ​ການ​ເມືອງ​ໂຄ່ນ​ລົ້ມ​ປະທານາທິບໍດີ Hosni Mubarak ​​ເມື່ອ​ປີ 2011.

ຂ່າວ/ບົດ​ອື່ນ