ສານອວຍພອນ 48 ປີແຫ່ງວັນສະຖາປະນາ ສປປ ລາວ

(VOVWORLD) - ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານ ພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ສປປ ລາວ...

ວັນທີ 1 ທັນວາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນ ສະຖາປະນາ ສປປ ລາວ (2/12/1975 - 2/12/2023), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານ ພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ສປປ ລາວ; ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ.

ທ່ານເລຂາສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ເລຮ່ວາຍຈູງ ໄດ້ຝາກໂທລະເລກ ອວຍພອນໄປຍັງທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ ປະຊາຊົນປະຕິວັດລາວ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ  ບຸ່ຍແທັງເຊີນ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ