ສານອວຍພອນ 66 ປີແຫ່ງວັນສ້າງຕັ້ງພັກປະຊາຊົນກຳປູເຈຍ

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫລອງ 66 ປີແຫ່ງວັນສ້າງຕັ້ງພັກປະຊາຊົນ ກຳປູເຈຍ (28/6/1951- 28/6/2017), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານ ອວຍພອນເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ. 

ເນື້ອໃນສານມີຕອນຂຽນວ່າ: ໃນ 66 ປີຜ່ານມາ, ພັກປະຊາຊົນ ກຳປູເຈຍ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບ, ຍາດໄດ້ໄຊຊະນະສະຫງ່າລາສີໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ກູ້ເອົາປະຊາຊົນ ແລະ ປະເທດ ກຳປູເຈຍ ພົ້ນອອກຈາກໄພດັບສູນ ແລະ ກໍ່ຕັ້ງປະເທດຊາດຄືນໃຫມ່, ປະຕິບັດແນວທາງສັນຕິພາບ, ປ່ອງດອງຊາດຢ່າງມີໄຊ, ຍາມໃດກໍ່ຮັກສາບົດບາດຫລັກແຫລ່ງໃນວິວັດການສ້າງສາ ແລະ ພັດທະນາປະເທດກຳປູເຈຍ. ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ ຂໍອວຍພອນໃຫ້ພັກປະຊາຊົນ ກຳປູເຈຍ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫລວງກວ່າໃນໄລຍະຈະມາເຖິງ, ອວຍພອນໃຫ້ພັກປະຊາຊົນກຳປູເຈຍ ຫາກໍ່ຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາຕາແສງ ຊຸດທີ 4. 

ຕອບກັບ

ຂ່າວ/ບົດ​ອື່ນ