ສານອວຍພອນ 74 ປີແຫ່ງວັນຊາດຫວຽດນາມ

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫລອງ 74 ປີແຫ່ງວັນຊາດ ຫວຽດນາມ (2/9/1945-2/9/2019), ການນຳຫລາຍປະເທດຄື: ຈີນ, ສປປ ລາວ, ກຳປູເຈຍ, ກູບາ, ລັດເຊຍ, ສິງກະໂປ, ໄທ, ມຽນມາ ໄດ້ສົ່ງສານ ແລະຈົດໝາຍອວຍພອນມາຍັງການນຳພັກ, ລັດ ຫວຽດນາມ.

ໃນສານອວຍພອນ, ການນຳບັນດາປະເທດດັ່ງກ່າວລ້ວນແຕ່ຕີລາຄາສູງບັນດາຜົນງານຊື່ງຫວຽດນາມ ບັາມ. ໃນສານອວຍພອນ, ບັນດານລຸໄດ້ໃນໄລຍະຜ່ານມາ, ອວຍພອນໃຫ້ຫວຽດນາມ ຮັບດຳລົງຕຳແຫນ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020- 2021 ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ  ແນ່ນອນວ່າ ປະຊາຊົນ ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍ ໂດຍ ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກວາງອອກຢ່າງມີໄຊ, ກໍ່ສ້າງ ລັດ ຫວຽດນາມ ສັງຄົມນິຍົມ ປະຊາຊົນຮັ່ງມີ, ປະເທດຊາດໝັ້ນຄົງເຂັ້ມແຂງ, ປະຊາທິປະໄຕ,ຍຸຕິທຳແລະສິວິໄລ.                                                                                                          

ຕອບກັບ

ຂ່າວ/ບົດ​ອື່ນ