ສານອວຍພອນ ນາຍົກລັດຖະມົນຕີຝລັ່ງ ຄົນໃຫມ່

ສານອວຍພອນ ນາຍົກລັດຖະມົນຕີຝລັ່ງ ຄົນໃຫມ່ - ảnh 1
ນາຍົກລັດຖະມົນຕີ ຝລັ່ງຄົນ​ໃຫມ່ Jean Marc Ayrault ພ້ອມດ້ວຍພັນລະຍາ
ພາບ:Getly Images

(vovworld) -  ​ວັນ​ທີ 16/5, ​ເນື່ອງ​ໃນ​ໂອກາດ​ປະທານາທິບໍດີ ຝລັ່ງ Francois Hollande ​ແຕ່ງ​ຕັ້ງ​ນາຍົກລັດຖະມົນຕີ ຝລັ່ງຄົນ​ໃຫມ່, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ສົ່ງ​​ສານອວຍພອນທ່ານ Jean Marc Ayrault ​ນາຍົກລັດຖະມົນຕີ ຝລັ່ງ ຄົນ​ໃຫມ່. ທ່ານ Jean Marc Ayrault ​ເກີດ​ປີ 1950 ຢູ່​ເຂດ Maine et Loire ຫ່າງ​ຈາກ​ນະຄອນ Paris 300 ກິ​ໂລ​ແມດ ໄປທາງ​ທິດຕາ​ເວັນ​ຕົກ​ສຽງ​​ໃຕ້ປະ​ເທດ​ຝລັ່ງ. ອາຍຸ​ການ​ນາຍົກລັດຖະມົນຕີຂອງທ່ານ Jean Marc Ayrault ​ແກ່ຍາວ​ໃນ​ໄລຍະ 5 ປີ ​ແຕ່​ປີ 2012 -2017.

ຂ່າວ/ບົດ​ອື່ນ