ສານອວຍພອນການນໍາ ຢູແກຼນ

(VOVWORLD) -  ເນື່ອງໃນໂອກາດທ່ານ Oleksiy Goncharuk ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ຢູແກຼນ ຈາກສະພາແຫ່ງຊາດ ຢູແກຼນ, ວັນທີ 30 ສິງຫາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນ.
ສານອວຍພອນການນໍາ ຢູແກຼນ - ảnh 1ທ່ານ Oleksiy Goncharuk ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ຢູແກຼນ  (ພາບ:Reuters)

        ເນື່ອງໃນໂອກາດທ່ານ Dmytro Razumkov ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ຢູແກຼນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສົ່ງສານອວຍພອນ.

        ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ສົ່ງສານອວຍພອນທ່ານ Vadym Prystaiko ເນື່ອງໃນໂອກາດໄດ້ຮັບການເລືອກຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດຢູແກຼນ. 

ຕອບກັບ

ຂ່າວ/ບົດ​ອື່ນ