ສານ​ອວຍພອນ​ວັນ​ຊາດ Serbia

(VOVWORLD) -ສະເຫຼີມສະຫຼອງວັນຊາດ ສາທາລະນະລັດ Serbia 15 ກຸຸມພາ.

        ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສາທາລະນະລັດ Serbia (15 ກຸຸມພາ), ວັນທີ 15 ກຸມພາ 2020, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນ ເຖິງທ່ານປະທານາທິບໍດີ ສາທາລະນະລັດ Serbia Alexandar Vucic ແລະ ທ່ານນາຍົກລັດຖະມົນຕີ ສາທາລະນະລັດ Serbia Ana Brnabic.

        ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ສົ່ງສານອວຍພອນເຖິງທ່ານລັດຖະມົນຕີການຕ່າງປະເທດ Serbia Ivica Dacic ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ