ສານອວຍພອນວັນຊາດ ກູບາ

(VOVWORLD) -ສະເຫຼີມສະຫຼອງ 60 ປີ ແຫ່ງວັນສະຖາປະນາປະເທດແຫ່ງ ສາທາລະນະລັດ ກູບາ 

ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງວັນສະຖາປະນາປະເທດແຫ່ງ ສາທາລະນະລັດ ກູບາ (ວັນທີ 01 ມັງກອນ 1959 - ວັນທີ 01 ມັງກອນ 2019) ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານອວຍພອນເຖິງທ່ານ Rail Castro Ruz, ເລຂາທີໜຶ່ງ  ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ ແລະ ທ່ານ Miguel Diaz – Canel Bermudez ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ແຫ່ງ ສາທາລະນະລັດກູບາ.
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ກໍໄດ້ສົ່ງສານອວຍພອນເຖິງທ່ານ ລັດຖະມົນຕີການຕ່າງປະເທດ ກູບາ Bruno Rodriguez Parilla ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ