ສານອວຍ​ພອນ​ວັນ​ຊາດ ຈໍ​ເຈຍ ຄົບ​ຮອບ 106 ປີ

(VOVWORLD) -  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຈໍເຈຍ ຄົບຮອບ 106 ປີ (26/05/1918 – 26/05/2024), ວັນທີ 26 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ໂຕເລີມ ໄດ້ສົ່ງສານອວຍພອນທ່ານປະທານາທິບໍດີ Salome Zourabichvili. 

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຈໍເຈຍ ຄົບຮອບ 106 ປີ (26/05/1918 – 26/05/2024), ວັນທີ 26 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ໂຕເລີມ, ທ່ານນາຍົກລັດຖະມົນຕີຫວຽດນາມ  ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ສົ່ງສານອວຍພອນທ່ານປະທານາທິບໍດີ Salome Zourabichvili, ທ່ານນາຍົກລັດຖະມົນຕີ Irakli Kobakhidze ແລະ ທ່ານປະທານສະພາແຫ່ງຊາດ Shalva Papuashvili.

              ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈໍເຈຍ Ilia Darchiashivili.

ຕອບກັບ

ຂ່າວ/ບົດ​ອື່ນ