ສານອວຍພອນວັນຊາດ ສປປ.ລາວ ຄົບຮອບ 45 ປີ

(VOVWORLD) - ຫວຽດນາມ ອວຍພອນ ປະຊາຊົນລາວອ້າຍນ້ອງຢ່າງຈິງໃຈ ພາຍໃຕ້ການຊີ້ນຳນຳພາຢ່າງສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ນຳໜ້າ, ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ທີ່ຍິ່ງໃຫຍ່ກ່ວາອີກ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ
ສານອວຍພອນວັນຊາດ ສປປ.ລາວ ຄົບຮອບ 45 ປີ - ảnh 1 (ພາບປະກອບ / nhandan.com.vn)

  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 45 ປີ (02/12/1975 – 02/12/2020), ວັນທີ 01 ທັນວາ 2020, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ສົ່ງສານອວຍພອນມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢ່າທໍ່ຕູ້. ເນື້ອໃນສານມີຕອນຂຽນວ່າ: ຫວຽດນາມ ອວຍພອນ ປະຊາຊົນລາວອ້າຍນ້ອງຢ່າງຈິງໃຈ ພາຍໃຕ້ການຊີ້ນຳນຳພາຢ່າງສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ນຳໜ້າ, ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ທີ່ຍິ່ງໃຫຍ່ກ່ວາອີກ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ; ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດ ລາວ ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2016 – 2020  ຢ່າງມີໄຊ, ກ້າວໄປເຖິງການຈັດກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວປະສົບຜົນສຳເລັດ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ,  ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ກໍ່ໄດ້ສົ່ງສານອວຍພອນມາຍັງທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ແລະ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ຮ່ວາງບີງກວນ ໄດ້ສົ່ງສານອວຍພອນມາຍັງທ່ານນາງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສູນທອນ ໄຊຍະຈັກ.

ຕອບກັບ

ຂ່າວ/ບົດ​ອື່ນ