ສານ​ອວຍພອນ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ລະຫວ່າງ​ຫວຽດນາມ - ຈີນ ຄົບຮອບ 70 ປີ

(VOVWORLD) -“ວັນທີ 18 ມັງກອນ 1950 ແມ່ນຂີດໝາຍປະຫວັດສາດໃນການພົວພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ - ຈີນ...”. 
ສານ​ອວຍພອນ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ລະຫວ່າງ​ຫວຽດນາມ - ຈີນ ຄົບຮອບ 70 ປີ - ảnh 1 ທ່ານເລຂາິທການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໂ້ອລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໃນຕອນເຊົ້າວັນທີ 16 ມັງກອນ (ພາບ: TTXVN)

        ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຈີນ (18/01/1950 – 18/01/2020), ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ແລກປ່ຽນສານອວຍພອນກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີີ້ນຜິງ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ, ທ່ານ ຫຼີຈານຊູ ກໍາມະການຜູ້ປະຈໍາການ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ.

        ໃນສານອວຍພອນສະບັບຕ່າງໆຂອງການນໍາຫວຽດນາມ ທີ່ໄດ້ສົ່ງເຖິງການນໍາ ຈີນ ມີຕອນຂຽນວ່າ: “ວັນທີ 18 ມັງກອນ 1950 ແມ່ນຂີດໝາຍປະຫວັດສາດໃນການພົວພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ - ຈີນ. 70 ປີທີ່ຜ່ານມາ, ພັກ, ລັດ ແລະ ປະຊາຊົນສອງປະເທດ ໄດ້ຄຽງບ່າຄຽງໄຫຼ່, ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນແລະກັນຢ່າງຫຼວງຫຼາຍ ແລະ ລໍ້າຄ່່າ, ປະກອບສ່ວນເຂົົ້າໃນຜົນສໍາເລັດຂອງພາລະກິດແຫ່ງການປົດປ່ອຍປະເທດຊາດເປັນເອກະລາດ ແລະ ສ້າງລັດທິສັງຄົມນິຍົມຢູ່ແຕ່ລະປະເທດ”. 

ຕອບກັບ

ຂ່າວ/ບົດ​ອື່ນ