ສ​ານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງ 90 ປີ ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2020), ຄະນະບໍລິຫານງານສູນກາງພັກ ແລະ ການນຳພັກກອມມູນິດ ຫວຽດນາມ ສືບຕໍ່ໄດ້ຮັບສານອວຍພອນຈາກການນຳບັນດາປະເທດ, ບັນດາພັກກຳອຳນາດໃນທົ່ວໂລກຄື: ພັກກອມມູນິດຝລັ່ງ, ພັກກອມມູນິດອັງກິດ, ພັກກອມມູນິດນອກແວ, ພັກເພື່ອໄທ, ພັກກອມມູນິດປັກຕຸຍການ...

ໃນສານອວຍພອນຂອງພັກກອມມູນິດຝລັ່ງ ໄດ້ສະແດງຄວາມຊົມເຊຍຕໍ່ການຕໍ່ສູ້ຢ່າງອົງອາດກ້າຫານຂອງ ຊາດ ຫວຽດນາມ ແລະ ເນັ້ນໜັກວ່າ ສອງພັກຈະສືບຕໍ່ສາມັກຄີກັນຢ່າງແໜ້ນແຟ້ນ ດ້ວຍການພົວພັນປະຫວັດສາດທີ່ໄດ້ສ້າງມາ ຕັ້ງແຕ່ໄລຍະຕໍ່ສູ້ຕ້ານພວກລາເມືອງຂຶ້ນຝລັ່ງ ດ້ວຍບົດບາດ ຫຼັກແຫຼ່ງຂອງທ່ານປະທານໂຮ່ຈີມິນ.

ສານອວຍພອນຂອງພັກກອມມູນິດ ອາເມລິກາ ໄດ້ຢັ້ງຢືນເຖິງຜົນສຳເລັດຂອງພັກກອມມູນິດ ຫວຽດນາມທີ່ມີຜົນສະທ້ອນເຖິງປະເທດອາເມລິກາ ແລະ ໂລກ. ສານອວຍພອນຂອງ ພັກ ກອມມູນິດ ປັອກຕຸຍການ ມີຕອນຂຽນວ່າ “ໃນຕະຫຼອດປະຫວັດສາດ 90 ປີທີ່ຜ່ານມາ, ພັກກອມມູນິດ ຫວຽດນາມ ໄດ້ຮັກສາບົດບາດນຳໜ້າຂອງ ຊົນຊາດ, ຍາດໄດ້ຄວາມສະມັກຄີ, ການຮັບຮູ້, ຄວາມເຄົາລົບນັບຖືຂອງບັນດາກຳລັງປະຕິວັດ ແລະ ກ້າວໜ້າໃນທົ່ວໂລກ”

ຕອບກັບ

ຂ່າວ/ບົດ​ອື່ນ