ສານອາຍາໄທອອກຄຳສັ່ງຈັບຕົວອະດີດນາຍົກລັດຖະມົນຕີທັກສິນຊິນນະວັດ

ສານອາຍາໄທອອກຄຳສັ່ງຈັບຕົວອະດີດນາຍົກລັດຖະມົນຕີທັກສິນຊິນນະວັດ - ảnh 1
ອະ​ດີດນາຍົກລັດຖະມົນຕີ ທັກສິນ ຊິນ​ນະ​ວັດ
(ພາບ: Neurope)


(vovworld) – ວັນ​ທີ 12/10, ສານ​ອາຍາ​ໄທ ​ໄດ້​ອ​ອກຄຳ​ສັ່ງ​ຈັບ​​ຕົວ​ອະ​ດີດນາຍົກລັດຖະມົນຕີ ທັກສິນ ຊິນ​ນະ​ວັດ, ພາຍຫຼັງ​ທ່ານ ທັກສິນ ຊິນ​ນະ​ວັດ ບໍ່​ມີໜ້າ​​ໃນການສອບ​ຖາມຄັ້ງທຳ​ອິດ ​ໃນ​​ກໍລະນີຮ້ອງ​​ຟ້ອງ​ທ່ານ​ໄດ້​ໝີ່ນປະໝາດກອງທັບ​ໄທ. ທ່ານ​ຫົວ​ໜ້າ​ຫ້ອງການ​ກົດໝາຍ​ກອງທັບ​ໄທ, ພົນ​ຈັດຕະວາ ສາລາ​ຢຸດ ກລິນ​ມາ​ຫອມ, ​​ເປັນ​ຜູ້​ຮ້ອງຟ້ອງທ່ານ ທັກສິນ ດ້ວຍ​ຂໍ້​ຫາ​ໄດ້​ມີ​ບັນດາ​ບົດ​ກ່າວ​ປາ​ໄສ​​ໝີ່ນປະໝາດກອງທັບ​ໄທ ​ໃນ​ການ​ຕອບ​ສຳພາດ​ຢູ່ສ.​ເກົາຫຼີ ​​ແຕ່​ວັນ​ທີ 19 – 25/5 ຜ່າ​ນມາ. ສານ​ອາຍາ​ໄທ ​ໄດ້​ຮັບໜັງ​ສື​ຮ້ອງຟ້ອງ​ດັ່ງກ່າວ ​ແລະ ກຳນົດຮອດວັນ​ທີ 12/10 ດຳ​ເນີນ​ການ​ສອບຖາມ​ເປັນ​ຄັ້ງ​ທຳ​ອິດ​, ​ແຕ່​ວ່າ, ຕອນ​ເຊົ້າ​ວັນ​ທີ 12/10, ມີ​ພຽງທະນາຍ​ຄວາ​ມຂ​ອງທ່ານ ທັກສິນ ມີໜ້າເທົ່າ​ນັ້ນ, ດ້ວຍ​ຄຳ​ອະທິບ​າຍວ່າທ່ານ ທັກສິນ ພວມ​ຫຼົບ​​ໄພ​ຍ້ອນ​ເຫດຜົນ​ການ​ເມືອງ​ຢູ່​ຕ່າງປະ​ເທດ​.

ຂ່າວ/ບົດ​ອື່ນ