ສານໄທອອກຄຳສັ່ງຈັບຕົວຫົວໜ້າການແຫ່ຂະບວນປະທ້ວງ

ສານໄທອອກຄຳສັ່ງຈັບຕົວຫົວໜ້າການແຫ່ຂະບວນປະທ້ວງ - ảnh 1
ທ່ານ ສຸ​ເທບ ​ເທືອ​ກສຸບັນ

(vovworld) – ຄຳ​ສັ່ງ​ຈັບ​ຕົວ​ທ່ານ ສຸ​ເທບ ​ເທືອ​ກສຸບັນ ​ໄດ້​ຖືກ​ສານ​ອາຍາ​ ໄທ ປະກາດ​ໃຊ້​ໃນ​ວັນ​ທີ 2/12, ດ້ວຍ​ການກ່າວ​ຫາ​ກໍ່​ການ​ຈາລະ​​ຈົນ​​ໂຄ່ນ​ລົ້ມ​ລັດຖະບານ. ຕາມ​ຄຳ​ສັ່ງ​ດັ່ງກ່າວ​ຂອງ​ສານ​ແລ້ວ, ທ່ານ ສຸ​ເທບ ​ເທືອ​ກສຸບັນ, ອະດີດ​ສະມາຊິກ​ພັກ​ປະຊາທິປັດ ​ແລະ ກໍ່​ແມ່ນ​ອະດີດຮອງ​ນາຍົກລັດຖະມົນຕີ ​ໄທ, ຖືກ​ກ່າວ​ຫາ​ການ​ກະທຳ​ຜິດພາດ​ກັບ​ລັດຖະທຳ​ມະນູນ ​ແລະ ຍຸ​ຍົງ​ສົ່ງ​ເສີມ​ກໍ່​ຈາລະ​ຈົນ. ກ່ອນ​ໜ້າ​ນັ້ນ, ທ່ານ ສຸ​ເທບ ​ເທືອ​ກສຸບັນ ກໍ່​ຖືກ​ສານ​ອາຍາ​ໄທ ກ່າວ​ຜູກ​ໂທດ​ຍຸຍົງສົ່ງ​ເສີມ​ປະຊາຊົນ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ ບຸກ​ເຂົ້າ​ສຳນັກງານ​ກະຊວງ​ການ​ເງິນ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ຫຼາຍ​ອົງການ​ຂຶ້ນ​ກັບ​ກະຊວງ​ນີ້​ເມື່ອ​ວັນ​ທີ 25/11. ນອກ​ຈາ​ກນັ້ນ, ຕົວ​ພະຍານ 4 ຄົນທີ່​ນຳໜ້າ​ກຸ່ມ​ມີ​ຊື່ວ່າ “​ເຄືອ​ຂ່າຍ​ນັກ​ສຶກສາ ​ແລະ ປະຊາຊົນ​ເພື່ອ​ການ​ປະຕິ​ຮູ​ບໄທ” ກໍ່​ຖືກ​ສານ​ອອກ​ຄຳ​ສັ່ງ​ຈັບ​ຕົວ​ດ້ວຍ​ຄຳ​ຫ່າວ​ຫາ​ບຸກ​ເຂົ້າ ​ແລະ ທຳລາຍ​ສຳນັກງານ​ແຫ່ງ​ລັດ.

    ​ແລ​ະກໍ່​ໃນ​ວັນ​ດຽວ​ກັນ, ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຖືກ​ຈັດ​ຂຶ້ນ​ຢູ່​ສຳນັກງານ​ລັດຖະບານ ​ແລະ ສຳນັກງານ​ຕຳຫຼວດ ບາງກອກ ມີ​ທ່າ​ເພີ່ມ​ຂຶ້ນ. ຕໍ່ໜ້າ​ກະ​ແສ​ຟອງ​ແຫ່​ຂະ​ບວນປະ​ທ້ວງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ກຳລັງ​ຕຳຫຼວດ ​ໄທ ຕ້ອງ​​ໃຊ້​ທໍ່​ສີດ​ນ້ຳ ​ແລະ ​​ແກັດ​ນ້ຳຕາ​ເພື່ອ​ເລີກ​ກຸ່ມ​ຄົນ​ແຫ່​ຂະ​ບວນ. ການ​ແຫ່​ຂະ​ບວນປະ​ທ້ວງ​ນີ້​ໄດ້ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ການ​ແຫ່​ຂະ​ບວນປະ​ທ້ວງ​ມີ​ຂອບ​ຂະໜາດ​ໃຫຍ່​ສຸດ​ຢູ່​ໄທ ນັບ​ແຕ່​ປີ 2010.

 

ຂ່າວ/ບົດ​ອື່ນ