ສາມັກຄີ, ປ່ຽນໃໝ່, ປະຕິບັດສຳເລັດໜ້າທີ່ ແຜນການໄລຍະ 2011 – 2015 ຢ່າງມີໄຊ

ສາມັກຄີ, ປ່ຽນໃໝ່, ປະຕິບັດສຳເລັດໜ້າທີ່ ແຜນການໄລຍະ 2011 – 2015 ຢ່າງມີໄຊ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫວຽນຊິງ​ຮຸ່ງ)


(vovworld) - ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ ປີ​ມະ​ເມຍ 2014, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫວຽນຊິງ​ຮຸ່ງ ​ໄດ້​ຕອບ​ສຳພາດ​ຕໍ່ນັກ​ຂ່າວ ຂ່າວສານ​ຫວຽດນາມ ກ່ຽວ​ກັບ​ບັນດາ​ໝາກຜົນ​ທີ່​ພົ້ນ​ເດັ່ນ​ໃນ​ການ​ເຄື່ອນ​​ໄຫ​ວຂອງ​ສະພາ​ແຫ່ງ​ຊາດ, ​ເພື່ອ​ແນ​ໃສ່​ປະກອບສ່ວນ​ນຳ​ປະ​ເທດຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ສືບ​ຕໍ່​ພັດທະນາ​ຢ່າງ​ໝັ້ນ​ຄົງ​ເຂັ້ມ​ແຂງ​ໃນ​ປີ 2014 ​ແລະ ​ໃນ​ຊຸມ​ປີ​ຕໍ່ໆ​ໄປ.

        ຫວນ​ຄືນ​ເຄິ່ງ​ໄລຍະ​ທາງ​ທີ່​ຜ່ານມາ, ສະພາ​ແຫ່ງ​ຊາດ​ໄດ້​ສຳ​ເລັດ​ວຽກ​ງານ​ໃຫ່ຍຫຼາຍ​ຢ່າງ, ດ້ວຍ​ຮ່າງ​ກົດໝາຍ​ຫຼາຍ​ສະບັບໄດ້​ຮັບ​ການ​ຮັບຮອງ​ເອົາ ​ແລະ ​ໃຫ້​ຄຳ​ເຫັນ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງການ​ຂອງຊີວິດ​ການ​ເປັນ​ຢູ່, ປັບປຸງ​ສະພາບ​ແວດ​ລ້ອມດ້ານ​ນິຕິ​ກຳ​ໃຫ້​ແກ່​ພາລະກິດ​ພັດທະນາ​ປະ​ເທດ​ຊາດ. ພິ​ເສດ​ໃນ​ປີ 2013 ຜ່ານ​ມາ, ສະພາ​ແຫ່ງ​ຊາດ​ໄດ້​ພິຈາລະນາ, ຮັບຮອງ​ເອົາ​ລັດຖະທຳ​ມະນູນ ສສ ຫວຽດນາມ (ສະບັບ​ປັບປຸງ) ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ, ສ້າງ​ພື້ນຖານ​ດ້ານ​ການ​ເມືອງ, ກົດໝາຍ​ສຳຄັນ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ໄລຍະ​ປ່ຽນ​ໃໝ່​ຢ່າງຮອບ​ດ້ານ. ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ຫຼາຍ​ມະຕິ, ​ຕົກລົງ​ຫຼາຍບັນຫາ​ສຳຄັນ​ຂອງ​ປະ​ເທດ ທີ່​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຄຸ້ມ​ຄອງ, ບໍລິຫານ​ປະ​ເທດ, ​ແກ້​ໄຂບັນຫາ​ຮ້ອນ​ເຮັ່ງຂອງ​ປະຊາຊົນ, ອັນໄດ້​ຮັບ​ການສະ​ໜັບ​ສະ​ໜູນຈາກ​ຜູ້​ມີ​ສິດ​ເລືອກຕັ້ງ​ເປັນ​ຈຳນວນ​ຫຼວງຫຼາຍ. ​ເປັນ​ຄັ້ງ​ທຳ​ອິດທີ່ ສະພາ​ແຫ່ງ​ຊາດ​ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ໄວ້ວາ​ງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ. ການ​ເຄື່ອນ​ໄຫວ​ຊັກ​ຖາມ​ໄດ້​ດັດປັບ, ​ແທດ​ຈິງ​ກວ່າ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ສະມາຊິກ​ລັດຖະບານ, ຫົວໜ້າ​ຂະ​ແໜງ​ອະພິປາຍ, ປຶກສາ​ຫາລື​ພ້ອມ​ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຍົກ​ອອກ​ມາດ​ຕະການ​ແກ້​ໄຂ​ໃຫ້​ບັນຫາ​ເສດຖະກິດ - ສັງຄົມ​ທີ່​ຮ້ອນ​ເຮັ່ງ ​ເຊິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​ນັບ​ທັງ​ 2 ຝ່າຍ ​ແລະ ຫຼາຍ​ຝ່າ​ຍສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ, ມີ​ການ​ປະກອບ​ສ່ວນ​ສຳຄັນ​ຫຼາຍ​ຢ່າງ​ທີ່​ບັນດາ​ເວທີ​ປາ​ໄສ​ລະຫວ່າ​ງສະພາ​ແຫ່ງ​ຊາດ​ພາກ​ພື້ນ ​ແລະ ສາກົນ​ຄື: AIPA, APPF, IPU, ASEP... ປະກອບສ່ວນ​ເຂົ້າ​ໃນ​ຜົນ​ງານ​ລວມ​ ໃນ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ. ​ໃນ​ 2 ປີ​ຈະ​ມາ​ເຖິງ 2014 – 2015, ທົ່ວ​ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລຍະ​ສຳ​ເລັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ ຕາມມະຕິ​​ໄດ້​ວາງ​ອອກ​ໃນກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽນ​ຊິງ​ຮຸ່ງ ຖື​ວ່າ: ບັນດາ​ຂັ້ນ, ຂະ​ແໜງ​ການ​ຕ່າງໆຄວນ​ສືບ​ຕໍ່​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄຟ​ເງິນ​ເຟີ້; ​​ເຕີບ​ໂຕ​ຢ່າງ​ເໝາະ​ສົມ ​ແລະ ຍົກ​ສູງ​ຄຸນ​ນະພາບ, ປະສິດທິ​ຜົນ, ກຳລັງແກ່ງ​ແຍ່ງ​ຂອງ​ພື້ນຖານ​ເສດຖະກິດ​ບົນ​ພື້ນຖານ​ຍູ້​ແຮງ​ການ​ປະຕິບັດ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ສ້າງ​​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​ໃໝ່. ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະຫ​ວັດ​ດີກາ​ນສັງຄົມ, ປັບປຸງຊີວິດ​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ. ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ ​ແລະ ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ; ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ. ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ​ເປີດ​ກວ້າງ ​ແລະ ຍົກ​ສູງ​ປະສິດ​ທິຜົນ​ວຽກງານ​ການຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ ດ້ວຍ​ຈິດ​ໃຈ​ສືບ​ຕໍ່​ປ່ຽນ​ໃໝ່, ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ ຈະ​​ເສີມຂະຫຍາຍ​ຈິດ​ໃຈ​ ຮັບຜິດຊອບ, ປະຊາທິປະ​ໄຕ, ​ປັນຍາ ​ເພື່ອ​ປະຕິບັດ​ບົດບາດ​ຂອງ​ຜູ້ຕາງໜ້າ​ປະຊາຊົນ​ໃຫ້​ດີກ​ວ່າ, ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍທຸກ​ຢ່າງ, ປະຕິບັດສຳ​ເລັດ​ໜ້າ​ທີ່​ແຜນການ​ໄລຍະ  2014 – 2015 ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ