ສາມັກຄີສ້າງຄວາມເຂັ້ມແຂງໃຫ້ທົ່ວປວງຊົນທັງຊາດຫວຽດນາມ

ສາມັກຄີສ້າງຄວາມເຂັ້ມແຂງໃຫ້ທົ່ວປວງຊົນທັງຊາດຫວຽດນາມ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ເຂົ້າຮ່ວ​​ມ “ວັນ​ບຸນ​ມະຫາ​ສະມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ”
(ພາບ: Nguyễn Dân - TTXVN)


(vovworld) – ​​​​“ມະຫາ​ສາມັກຄີທົ່ວ​ປວງ​ຊົນ​ທັງ​ຊາດແມ່ນ​ປັດ​ໄຈ​ຫຼັກ​​ແຫຼ່ງ​ແກ່ນສານ​ເພື່ອ​ສຸມ​ກຳລັງ​ແຮງປະຊາຊົນ​ທຸກຊັ້ນ​ວັນນະ, ສ້າງ​ຄວາມ​ເຂັ້ມ​ແຂງ​ທົ່ວ​ປວງ​ຊົນທັງ​ຊາດ ​ແລະ ນຳ​ປະ​ເທດ ຫວຽດນາມ ຍາດ​ໄດ້​​ໄຊຊະນ​ະນີ້​ໄປ​ສູ່​​ໄຊຊະນະ​ອື່ນ”. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ສິ່ງ​ດັ່ງກ່າວ​ເມື່ອ​ເຂົ້າຮ່ວ​​ມ “ວັນ​ບຸນ​ມະຫາ​ສະມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ” ກັບ​ປະຊາຊົນ​ຕາ​ແສງ ​ເຈີ່ນ​ຮຶງດ້າວ, ​ເມືອງ ຮ່ວານ​ກ໋ຽມ, ຮ່າ​ໂນ້ຍ ​ໃນ​ຕອນ​ຄຳ່​ວັນທີ 13/11. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢັ້ງຢືນ​ຄວາມ​ສາມັກ​ຄີ​ແມ່ນ​ກຳລັງ​ແຮງ​ເພື່ອ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ​ເພື່ອ​ຂຸດ​ຄົ້ນ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ແຕ່​ລະ​ຄອບຄົວ, ​ແຕ່​ລະບຸ​ກຄົນ ​ແລະ ​ສ້າງ​ເຂດ​ຊຸມ​ຊົນ​​ໃຫ້​ນັບ​ມື້​ນັບ​ພັດທະນາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຊີ້​ແຈ້ງວ່າ: ການ​ກໍ່ສ້າງ​ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ຈາກ​ແຕ່ລະ​ເຂດ​ຊຸມ​ຊົນ​ແມ່ນ​ສຳຄັນ​ທີ່​ສຸດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ຂະ​ບວນການ​ສາ​ມັກ​ຄີ, ມີ​ບຸກຄົນ​ຕັ້ງໜ້າ, ​ເປັນ​ແບບຢ່າງ​ຫຼາຍ​ຄົນ, ປະຊາຊົນ​ຕາ​ແສງ ​ເຈີ່ນ​ຮຶງດ້າວ ຈະບັນລຸ​ໄດ້​ໝາກຜົນ​ຫຼາຍ​ຢ່າງ​ໃນ​ຂະ​ບວນການ​ແຂ່ງຂັນ​ສ້າ​ງ​ເຂດ​ຊຸມ​ຊົນ​ວັດທະນະທຳ, ໜ່ວຍ​ວັດທະນະທຳ, ປະກອບສ່ວນ​ກໍ່ສ້າງ​ເຂດ​ຊຸມ​ຊົນ​ສີວິ​ໄລ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ:

    “ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ: ພໍ່​ແມ່​ປະຊາຊົນ​ເຂດ​ຊຸມ​ຊົນ, ພ້ອມ​ກັບ​ບັນດາ​​ເຂດ​ຊຸມ​ຊົນ​ອື່ນ​ໃນ​ເມື​ອງ, ນະຄອນ ​ແລະ ທົ່ວ​ປະ​ເທດ ສືບຕໍ່ປະຕິບັດວຽກ​ງານ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະ​ທານ ​ໂຮ່ຈີ​ມິນ ​ເປັນ​ຢ່າງ​ດີ, ​ການຂົນຂວາຍ​ທົ່ວປວງ​ຊົນ​ສາມັກຄີ​ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ ​ແລະ ການ​ຂົນຂວາຍ​ວັນ​ເພື່ອ​ຄົນ​ທຸກ​ຍາກ. ​ແຕ່​ລະ​ຄອບຄົວ, ປະຊາຊົນ​​ແຕ່ລະຄົນໃນ​ບໍລິ​ເວນ​​ເມືອງຮ່ວມ​ແຮງຮ່ວມ​ໃຈ, ສຸມ​ກຳລັງ​ແຮງ, ພຸມ​ປັນຍາ​ເພື່ອ​ເພີ່ມ​ພຸ​ນຄຸນ​ສ້າງ​ນ້ຳ​ໃຈ​ສາມັກຄີ, ສູ້​ຊົນ​ບັນ​ລຸ​ບັນດາ​ມາດຖານຊີວິດ​ວັດທະນະທຳ, ປະກອບສ່ວນ​ພ້ອມ​ກັບ​ບັນດາ​ ຕາ​ແສງ, ​ເມືອງ​ຂອງ​ນະຄອນ​ສ້າງ​ນະຄອນຫຼວງ​ໃຫ້​ນັບ​ມື້​ນັບ​ສີວິ​ໄລ, ສວຍ​ງາມ, ຮັ່ງ​ມີ.”

 


ຂ່າວ/ບົດ​ອື່ນ