ສາມັນຊົນອີຣັກເກືອບ400ຄົນຖືກເສຍຊີວິດຍ້ອນການໃຊ້ຄວາມຮຸ້ນແຮງໃນເດືອນ12/2016

ສາມັນຊົນອີຣັກເກືອບ400ຄົນຖືກເສຍຊີວິດຍ້ອນການໃຊ້ຄວາມຮຸ້ນແຮງໃນເດືອນ12/2016 - ảnh 1
(ພາບປະກອບ / THX/TTXVN)

(vovworld)- ວັນ​ທີ 2/1, ​ຄະ​ນະ​ຜູ້​ຕາງ​ຫນ້າ​ຫນູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ ສ​ປ​ຊ ຢູ່ ອີ​ຣັກ (UNAMI) ໃຫ້​ຮູ້​ວ່າ: ແຂວງ Ninawa ແມ່ນ​ທ້ອງ​ຖິ່ນ​​ໄດ້​ຮັບ​ຜົນ​​ເສຍ​ຫາຍ​ຫລາຍ​ທີ່​ສຸດ​ກ່ຽວ​ກັບ​ຈຳ​ນວນ​ຜູ້​ຖືກ​ເສຍ​ຊີ​ວິດ ແລະ ບາດ​ເຈັບ ​ຢູ່ ອີ​ຣັກ ດ້ວຍຜູ້​ເສຍ​ຊີ​ວິດ 208 ຄົນ ແລະ 511 ຄົນ​ຖືກ​ຮັບບາດ​ເຈັບ.  ນະ​ຄອນ​ຫລວງ ແບກ​ແດດ ຢືນ​ອັນ​ດັບ 2, ຖັດ​ມາ​ແມ່ນ​ແຂວງ Kirkuk. ທູດ​ພິ​ເສດ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ບັນ​ຫາ ອີ​ຣັກ, ທ່ານ Jan Kubis ເນັ້ນ​ຫນັກ​ວ່າ ເຖິງວ່າ ຈຳ​ນວນ​ຜູ້​ເສຍ​ຊີວິດ ແລະ​ຮັບ​ບາດ​ເຈັບ ໃນ​ເດືອນ 12/2016 ແມ່ນ​ຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່ຊຸມ​ເດືອນ​ກ່ອນກໍ່ຕາມ ແຕ່​ຈຳນວນ​ເຫດ​ວາງ​ລະ​ເບີດກໍ່​ການ​ຮ້າຍ​ພັດມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ.

                        ໃນ​ຊຸມສັບ​ປະ​ດາ​ທ້າຍ​ປີ 2016 ແລະ 2 ມື້​ຕົ້ນ​ປີ​ໃຫມ່ 2017, IS ໄດ້ເພີ່ມບັນ​ດາ​ການ​ບຸກ​ໂຈມ​ຕີກໍ່​ກາ​ນ​ຮ້າຍ​ຢູ່​ປະ​ເທດ ອີ​ຣັກ, ເປັນ​ຕົ້ນ​ແມ່ນ​ນະ​ຄອນ​ຫລວງ ແບກ​ແດດ. ໃນ​ຂ​ະ​ນະ​ທີ່​ການ​ຕໍ່​ສູ້​ປົດ​ປ່ອຍ​ນະ​ຄອນ Mosul ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ການ​ບຸກ​ໂຈມ​ຕີ​ຢ່າງດຸ​ເດືອດ​ຈາກ​ບັນ​ດາ​ມື​ປືນ​ຂອງ​ກຸ່ມກໍ່​ການ​ຮ້າຍດັ່ງ​ກ່າວ, ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ທີ່​ເຮັດ​ໃຫ້​ສາ​ມັນ​ຊົນ​ຫລາຍ​ຄົນ​ຖືກ​ເສຍ​ຊີ​ວິດ ແລະ​ ຮັບບາດ​ເຈັບ ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ອີ​ຣັກ ພວມ​ປະ​ເຊີນ​ຫນ້າ​ກັບ​ບັນ​ດາ​ໄພ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ​ຈາກ​ການກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ