ສາສະດາຈານ Ngo Bao Chau ໄດ້ຮັບການເຊີດຊູຢູ່ ການາດາ

ສາສະດາຈານ Ngo Bao Chau ໄດ້ຮັບການເຊີດຊູຢູ່ ການາດາ - ảnh 1
ສາ​ສະ​ດາ​ຈານ Ngo Bao Chau
ພາບ:dantri.com.vn


(vovworld) - ​ແຕ່ວັນ​ທີ 15 -18/10 ຢູ່ ນະຄອນ Toronto ປະ​ເທດກາ​ນາ​ດາ, ສະຖາ​ບັນ Fields, ສະຖາ​ບັນ​ຄົ້ນ​ຄ້ວາ​ຄະນິດສາດ​ຂຶ້ນ​ກັບ​ມະຫາວິທະຍາ​ໄລ Toronto ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ເພື່ອ​ເຊີດ​ຊູ​ສາ​ສະ​ດາ​ຈານ Ngo Bao Chau . ພາຍ​ໃຕ້​ຫົວ​ຂໍ້​ວ່າ: ຫລັກການ​ພື້ນຖານ​ຂອງ​ລາຍການ Langlands ​ແມ່ນ​ສຸມ​ໃສ່​ກິດຈະການ​ຄົ້ນ​ຄ້ວາ​ຂອງ​ສາ​ສະ​ດາ​ຈານ Ngo Bao Chau ​ແລະ ບັນດາ​ຜົນ​ສະທ້ອນ​ປະຈຸ​ບັນ​ກໍ​ຄື​​ໄລຍະ​ຍາວ​ຂອງ​ກິດຈະການ, ກອງ​ປະຊຸມ​ໄດ້​ຊ່ວຍ​ໃຫ້​ຜູ້​ນິຍົມ​ວິຊາ​ຄະ​ນິດ​ສາດ​ເວົ້າ​ສະ​ເພາະ ​ແລະ ຫາງ​ສຽງ​ເວົ້າ​ລວມມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ລາຍການ Langlands ກໍ​ຄື​ແນະນຳ​ການ​ພັດທະນາ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ສະຫລຸບບັນດາ​ຜົນງານ​ຫລ້າ​ສຸດ​ໃນ​ຂົງ​ເຂດທີ່​ກ່ຽວ​ຂ້ອງ​ເຖິງ​ກິດຈະການຄົ້ນ​ຄ້ວາຂອງ​ສາ​ສະ​ດາ​ຈານ Ngo Bao Chau.  ທ່ານ​ Le Sy Vuong ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກາ​ນາ​ດາ ປາດ​ຖະຫນາ​ວ່າ ຫລຽນ​ໄຊ Fields ຂອງ​ສາ​ສະ​ດາ ຈານ Ngo Bao Chau ​ແລະ ​ເລື່ອງ​ສາ​ສະ​ດາ​ຈານໄດ້​ຮັບ​ການ​ເຊີດ​ຊູ​ໃນ​ຄັ້ງ​ນີ້ ​ຈະ​ແມ​່ນຂົວ​ເຊື່ອມ​ຕໍ່​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ ກາ​ນາ​ດາ ​ແລະ ຫວຽດນາມ ກວ່າ​ອີກ, ​ເມື່ອ​ສອງ​ປະ​ເທດ​ພວມ​ມຸ່ງ​ໄປ​ສູ່​ການສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ ​ໃນ​ປີ 2013.

 

ຂ່າວ/ບົດ​ອື່ນ