ສາສະໜາພຸດມຸ້ງໄປເຖິງ ໂລກແຫ່ງສັນຕິພາບ, ສະຫງົບສຸກ


ສາສະໜາພຸດມຸ້ງໄປເຖິງ ໂລກແຫ່ງສັນຕິພາບ, ສະຫງົບສຸກ - ảnh 1

ຜູ້​ແທນ​ສານ​ກົນ​ເຂົ້າຮ່ວມ Vesak 2014

(ພາບ: Lâm Khánh/TTXVN)

(vovworld)- ວັນ​ທີ 9/5, ວັນ​ບຸນ​ວິສາຂະບູຊາ ສປຊ (Vesak 2014) ​ໄດ້​ກ້າວ​ເຂົ້າສູ່​ມື້​ເຮັດ​ວຽກ​ທີ 2 ດ້ວຍ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຫົວ​ເລື່ອງ​ຕົ້ນຕໍ່​ແມ່ນ “ສາສະໜາ​ພຸດ​ປະກອບສ່ວນ​ປະຕິບັດ​ສຳ​ເລັດ​ບັນດາ​ຈຸດໝາຍ​ສະຫັດ​ສະ​ວັດ“. ບັນດາ​ຜູ້​ແທນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ມີ​ບົດທາ​ບທາມ​ຄຳ​ເຫັນ​ຫຼາຍ​ບົດ, ​ໃນ​ນັ້ນ, ບັນຫາ​ລວມ​ແມ່ນ: ສາສະໜາ​ພຸດ​ຕ້ອງ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງໂລກ​ແຫ່ງ​ສັນຕິພາບ, ສະຫງົບ​ສຸກ ​ແລະ ຊ່ວຍ​ມະນຸດ​ມີ​ຊີວິດ​ທີ່​ສະຫວາດສະ​ເຫວີຍ.

     ບັນດາບົດທາ​ບທາມ​ຄຳ​ເຫັນທີ່ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງຕ່າງໆ​ລ້ວນ​ແຕ່​ເນັ້ນໜັກ​ເຖິງ​ຄວາມ​ຮັບ​ຮູ້​ລວມ, ນັ້ນ​ແມ່ນ: Vesak ​ແມ່ນ​ໂອກາດ​ທີ່​ມີຄ່າ​ເພື່ອ​ໂຄສະນາ​ສານ​ແຫ່ງສັນຕິພາບ, ຂາດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ພະພຸດທະ​ເຈົ້າ​ໃນ​ທົ່ວ​ໂລກ. ພະ​ອາຈານ​ໃຫ່ຍ ທິກ​ເຈີ​ນຄົງ ຄະນະ​ແນະນຳ​ພຸດທະສາສະນິກກະ​ຊົນ​ສູນ​ກາງ​ຖື​ວ່າ:

   “ພວກ​ອາດຕະມາ​ຖືວ່າ: ດ້ວຍ​ລະບົບ​ແນວ​ຄິດ, ຫຼັກ​ທຳ​ມະ​ຂອງ​ພະພຸດທະ​ເຈົ້າທີ່​ຄົງ​ຕົວ​ໃນ​ກ່ວາ 26 ສັດຕະວັດ​ຜ່ານ​ມາ​ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປະຕິບັດ​ຈຸດໝາຍ​ສະຫັດ​ສະ​ວັດ​ຂອງ ສປຊ ກ່ຽວ​ກັບ​ບັນຫາ​ສັນຕິພາບ​ໂລກ ​ແລະ ບັນດາ​ຈຸ​ດໝາຍ​ອື່ນໆ​ຄື: ​ໂລກລະບາດ, ສິ່ງ​ແວດ​ລ້ອມ, ​ເສດຖະກິດ, ຄຸນສົມບັດ​ສັງຄົມ….​ອາດຕະມາຄິດ​ວ່າ ພວກ​ເຮົາ​​ໄດ້​ອຸທິດ​ສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ບັນດາ​ຈຸດໝາຍ​ດັ່ງກ່າວ“./.

ຂ່າວ/ບົດ​ອື່ນ