ສຳນັກຂ່າວສານ AP ຍ້ອງຍໍຊົມເຊີຍຄູຝຶກ Park Hang – seo ແມ່ນ “Gud Hiddink ຂອງອາຊີ”

(VOVWORLD) - ຕາມ AP ແລ້ວ, ບຸກຄະລິກທີ່ເປັນມິດ ແລະ ຮູບພາບ ຄູຝຶກ Park Hang – seo ໄດ້ວາງມືເທິງໜ້າເອິກເມື່ອຮ້ອງເພງຊາດ ຫວຽດນາມ ໄດ້ເຮັດໃຫ້ກອງເຊຍ ຫວຽດນາມ ມີຄວາມຕື້ນຕັນໃຈ ຍ້ອນບໍ່ເຄີຍເຫັນຄູຝຶກຕ່າງປະເທດຜູ້ໃດເຮັດຄືແນວນັ້ນ.
ສຳນັກຂ່າວສານ AP ຍ້ອງຍໍຊົມເຊີຍຄູຝຶກ Park Hang – seo ແມ່ນ “Gud Hiddink ຂອງອາຊີ” - ảnh 1 ຄູຝຶກ Park Hang – seo

ການແຂ່ງຂັນດ້ວຍຜົນງານທີ່ບໍ່ເຄີຍມີມາກ່ອນຂອງທິມບານເຕະ U23 ຫວຽດນາມ ໃນຮອບຮອງຊະນະເລີດ U23 ອາຊີ 2018 ໄດ້ເຮັດໃຫ້ສຳນັກຂ່າວສານ AP ຂອງ ອາເມລິກາ ຍ້ອງຍໍຊົມເຊີຍຄູຝຶກ Park Hang – seo ແມ່ນ Gud Hiddink ຂອງ ອາຊີ. ຄູຝຶກ Park Hang – seo ເຄີຍເປັນສະມາຊິກໃນຄະນະຄູຝຶກຂອງທິມບານເຕະ ສ. ເກົາຫລີ, ເມື່ອທິມບານເຕະຂອງປະເທດນີ້ໂດຍຄູຝຶກຊາວ ໂຮນລັງ Gud Hiddink ໄດ້ນຳພາທິມໄປສູ່ຄວາມສຳເລັດໂດຍການເຂົ້າແຂ່ງຂັນຮອບຮອງຊະນະເລີດ World Cup 2002. ແລະ ປະຈຸບັນ, ທ່ານ Park Hang – seo ກໍ່ໄດ້ນຳພາທິມ U23 ຫວຽດນາມ ລອດເຂົ້າຮອບຮອງຊະນະເລີດ U23 ອາຊີ. ຕາມ AP ແລ້ວ, ບຸກຄະລິກທີ່ເປັນມິດ ແລະ ຮູບພາບ ຄູຝຶກ Park Hang – seo ໄດ້ວາງມືເທິງໜ້າເອິກເມື່ອຮ້ອງເພງຊາດ ຫວຽດນາມ ໄດ້ເຮັດໃຫ້ກອງເຊຍ ຫວຽດນາມ ມີຄວາມຕື້ນຕັນໃຈ ຍ້ອນບໍ່ເຄີຍເຫັນຄູຝຶກຕ່າງປະເທດຜູ້ໃດເຮັດຄືແນວນັ້ນ. ຄູຝຶກ Park Hang – seo ເປັນຜູ້ໄດ້ຮັບຄວາມຮັກຈາກທົ່ວທັງປະເທດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ