ສຳນັກຂ່າວສານAmaqຖະແຫຼງISຍື່ນຢູ່ເບື້ອງຫຼັງເຫດບຸກໂຈມຕີ

ສຳນັກຂ່າວສານAmaqຖະແຫຼງISຍື່ນຢູ່ເບື້ອງຫຼັງເຫດບຸກໂຈມຕີ - ảnh 1
ສະ​ຖານ​ທີ່​ເກີດ​ເຫດ

(vovworld) –  ​ຄ່ຳ​ຄືນ​ວັນ​ທີ 20/12,ສຳ​ນັກ​ຂ່າວ​ສານ Amaq ມີ​ການ​ພົວ​ພັນ​ກັບ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້​າງ​ຊື່​ເອງ​ໄດ້​ປະ​ກາດ​ວ່າ​ທະ​ຫານ IS ຄົນ​ໜຶ່ງ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ດ້ວຍ​ລົດ​ຂົນ​ສົ່ງ​ເຮັດ​ໃຫ້​ 12 ຄົນ​ເສຍ​ຊີ​ວິດ​ຢູ່​ຕະຫຼ​າ​ດຂາຍ​ເຄື່ອງ​ແຫ່ງ​ໜຶ່ງ​ເນື່ອງ​ໃນ​ໂອ​ກາດຄຼິດ​ສ​ມາດ​ຢູ່ ໃນ​ໃຈ​ກາງ​ນະ​ຄອນຫຼວງ ແບກ​ແລງ ຂອງ​ປະ​ເທດ ເຢຍ​ລະ​ມັນ. ຄຳ​ປະ​ກາດ​ທີ່​ຖືກ​ up ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ຂອງ​ສຳ​ນັກ​ຂ່າວ​ສານ​ດັ່ງ​ກ່າວ​ໂດຍ​ຊີ້​ແຈ້ງວ່າ “ທະ​ຫານ IS ຄົນ​ໜຶ່ງ​ໄດ້​ປະ​ຕິ​ບັດ​ບັ້​ນ​ຮົບ​ຢູ່ ແບກ​ແລງ ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ບຸກ​ໂຈມ​ຕີ​​ໃສ່​ພົນ​ລະ​ເມືອງ​ຂອງ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ສຳ​ພັນ​ທະ​ມິດ (ຕ້ານ IS)”. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຖະ​ແຫຼງ​ການບໍ່​ເຜີຍ​ຊື່ ແລະ ນາມ​ສະ​ກຸນຂອງ​ຜູ້​ບຸກ​ໂຈ​ມ​ຕີ​ເທື່ອ.

        ໃນ​ສະ​ພາບ​ການທີ່​ກ່ຽວ​ຂ້ອງ, ວັນ​ທີ 20/12, ທ່ານ​​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ໄດ້​ຮຽກ​ໂຮມ​​ການປະ​ຊຸມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຖວ​ໜ້າ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ກະ​ທຳ​ຂອງ​ລັດ​ຖະ​ບານ ເຢຍ​ລະ​ມັນ ພາຍຫຼັງ​ເຫດ​ການ​ດັ່ງ​ກ່າວ. ພ້ອມ​ນັ້ນ, ທ່ານ​ນາງ Merkel ກໍ່​ຍອມ​ຮັບ​​ວ່າສະ​ພາບ​ການ​ຈະ​ປະ​ສົບ​ກັບ​ຄວາມ​ຫຍູ້ງ​ຍາກ​ທີ່​ສຸດ​ສຳ​ລັບປະ​ເທດ ເຢຍ​ລະ​ມັນ ຖ້າ​ຫາ​ກ​ຜູ້​ຖືກ​ສົງ​ໄສ​ແມ່ນ​ຊາວ​ອົບ​ພະ​ຍົບ.


ຂ່າວ/ບົດ​ອື່ນ