ສຳ​ນັກ​ຂ່າວ​ສານປະ​ເທດ​ລາວ: ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນຄວາມເອກອ້າງທະນົງໃຈ ຂອງປະຊາຊົນຫວຽດນາມ

(VOVWORLD) -ໜັງສືພິມ ປະເທດລາວ ສະບັບອອກໃນວັນທີ 5 ພຶດສະພາມີບົດຂຽນດ້ວຍຫົວຂໍ້ວ່າ “ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນຄວາມເອກອ້າງທະນົງໃຈ ຂອງປະຊາຊົນຫວຽດນາມ”. ບົດຂຽນໄດ້ເນັ້ນໜັກວ່າ: ໄຊຊະນະ ບັ້ນຮົບດຽນບຽນຟູ ໃນວັນທີ 7 ພຶດສະພາ 1954 ທັງເປັນຄວາມເອກອ້າງ ທະນົງໃຈຂອງປະຊາຊົນ ຫວຽດນາມ ໃນພາລະກິດສ້າງສາ ພັດທະນາປະເທດຊາດ, ທັງເປັນແຫຼ່ງກໍາລັງໜູນອັນຍິ່ງໃຫຍ່ໃນພາລະກິດປ່ຽນແປງໃໝ່ ແນໃສ່ປະຕິບັດຈຸດໝາຍ:“ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕຍຸຕິທຳ ແລະ ສິວິໄລ”.
ສຳ​ນັກ​ຂ່າວ​ສານປະ​ເທດ​ລາວ: ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນຄວາມເອກອ້າງທະນົງໃຈ ຂອງປະຊາຊົນຫວຽດນາມ - ảnh 1

ປູຊະນີຍະສະຖານໂນນພູ A1 ໃນເມື່ອກ່ອນ ປັດຈຸບັນເຕັມໄປດ້ວຍສີຂຽວອຸ່ມທຸ່ມ (ພາບ: TTXVN)

ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະ ຂອງປະຊາຊົນຫວຽດນາມເທົ່ານັ້ນ ແຕ່ຍັງແມ່ນໄຊ ຊະນະ ຂອງປະຊາຊົນລາວ ແລະ ປະຊາຊົນກໍາປູເຈຍ ອີກດ້ວຍ ເຊິ່ງໄດ້ຮ່ວມສໍາພັນສູ້ຮົບ, ຮ່ວມຂຸມຄອງຕ້ານສັດຕູໂຕດຽວກັນ ເພື່ອປົດປ່ອຍປະເທດຊາດໃຫ້ລັດຖະບານຝຣັ່ງຕ້ອງຍອມເຊັນສັນຍາເຊີແນວ ກ່ຽວກັບອິນດູຈີນ, ຮັບຮູ້ພື້ນຖານເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຫວຽດນາມ, ລາວ ແລະ ກໍາປູເຈຍ.

ສໍາລັບປະເທດລາວ, ໄຊຊະນະດຽນບຽນຟູມີຄວາມໝາຍສໍາຄັນ ໃນການພົວພັນສາມັກຄີແບບພິເສດ, ຮ່ວມສໍາພັນສູ້ຮົບ ລະຫວ່າງ ລາວ-ຫວຽດນາມ ເພາະວ່າດຽນບຽນຟູ ຢູ່ຕິດກັບແຂວງຜົ້ງສາລີ ແລະ ຫົວພັນ, ສະນັ້ນການຕີເອົາຊະນະ ຝຣັ່ງຢູ່ດຽນບຽນຟູ ຈຶ່ງໄດ້ຊ່ວຍທັບມ້າງຈຸດທີ່ໝັ້ນ ສໍາຄັນຂອງສັດຕູ.

ຕອບກັບ

ຂ່າວ/ບົດ​ອື່ນ