ສຳນັກຂ່າວສານຫວຽດ ນາມ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງຄະນະ ບັນນາທິການພາບ

ສຳນັກຂ່າວສານຫວຽດ ນາມ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງຄະນະ ບັນນາທິການພາບ - ảnh 1
ນັກຂ່າວ - ນັກຮົບເສຍສະຫຼະຊີວິດເພື່ອຊາດ Luong Nghia Dung ຜູ້ເຄີຍມີໜ້າຢູ່ສະໜາມຮົບເສັ້ນທາງເລກ 9 ພາກໃຕ້ລາວ
(ພາບ: TT&VH)

(vovworld) - ​​ເພື່ອ​ເປັນ​ການ​ສະ​ເຫຼີ​ມສະຫຼອງ​ວັນສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ (21/6),​ຕອນ​ເຊົ້າ​ວັນ​ທີ 19/6, ສຳນັກ​ຂ່າວສານ​ຫວຽດນາ​ມ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ບັນນາ​ທິການ​​ພາບ (1957 – 2012) ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 3 ຢ່າງ​ສົມ​ກຽດ. ກ່າວ​ຄຳ​ເຫັນ​ໄຂ​ພິທີ, ທ່ານ Nguyen Duc Loi, ຜູ້ອຳນວຍການ​ໃຫຍ່​ສຳນັກ​ຂ່າວສານ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ເລື່ອງ​ຄະນະ​ບັນນາທິການ​​ພາບ​ໄດ້​ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 3 ​ແມ່ນ​ລາງວັນ​ອັນ​ສູງສົ່ງ​ຂອງ​ພັກ ​ແລະ ລັດ, ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ​ແມ່ນ​ຄວາມ​ຮັບ​ຮູ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ພະນັກງານ​ຄະນະ​ບັນນາທິການ​ພາບ​ຕໍ່​ພາລະກິດ​ສື່​ມວນ​ຊົນ​ປະຕິວັດ​ຂອງ​ປະ​ເທດ​ຊາດ.

​ໂດຍ​ຕາງໜ້າ​ພັກ​ ​ແລະ ລັດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Uong Chu Luu ​ໄດ້​ມອບ​ຫຼຽນ​ໄຊ ​ເອກະລາດ​ຊັ້ນ 3 ​ໃຫ້​ແກ່​ຄະນະ​ບັນນາທິການ​​ພາບ​ຂອງ​ສຳ​ນັກ​ຂ່າວສານ​ຫວຽດນາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ Uong Chu Luu ​ເນັ້ນ​ໜັກ​ວ່າ: ​ເພື່ອ​ໃຫ້​ມີ​ບັນດາ​​ແຜ່ນພາບທີ່​​ລ້ຳ​ຄ່າ​ຮັບ​ໃຊ້​ໃຫ້​ແກ່​ວິວັດ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ ​ແມ່ນ​ວິວັດ​ການ​ສູ້ຊົນ, ​ເສຍ​ສະຫຼະ ​ແລະ ບໍ່​ຮູ້​ອິດ​ຮູ້​ເມື່ອຍຂອງ​ຖັນ​ແຖວ​ນັກ​ຂ່າວ​ຂອງ ຄະນະ​ບັນນາທິການ​ພາບ ຂອງ​ສຳນັກ​ຂ່າວສານ​ຫວຽດນາມ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ກໍ​ສະ​ແດງ​ຄວາມ​ຫວັງ​ວ່າ: ດ້ວຍ​ມູນ​ເຊື້ອ​ຂອງ​ຕົນ, ສຳນັກ​ຂ່າວສານ​ຫວຽດນາມ ຈະ​ບັນລຸ​ໄດ້​ບັນດາ​ຜົນ​ງານ​ທີ່​ດີ​ເດັ່ນ​ໃໝ່, ປະກອບສ່ວນ​​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ