ສຳນັກຂ່າວສານຫວຽດນາມປະຕິເສດຂ່າວຄາວທີ່ຜິດເຂວຂອງສື່ມວນຊົນຈີນກ່ຽວກັບບັນຫາທະເລຕາເວັນອອກ



 ສຳນັກຂ່າວສານຫວຽດນາມປະຕິເສດຂ່າວຄາວທີ່ຜິດເຂວຂອງສື່ມວນຊົນຈີນກ່ຽວກັບບັນຫາທະເລຕາເວັນອອກ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ
 ຫລີ​ເຄືອ​ຊຽງ
ພາບ:TTXVN


(vovworld)- ​​ວັນ​ທີ 18/7/2016, ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ​ໄດ້​ຮັບ​ສິດ​ອອກຖະ​ແຫລງ ປະ​ຕິ​ເສດ​ເນື້ອ​ໃນ​ທີ່​ຜິດ​ກັບ​ຄວາມ​ຈິງ​ຂອງ​ສື່ມວ​ນ​ຊ​ົນ​ຈີນ​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ໃນ​ການ​ພົບ​ປະ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫລີ​ເຄືອ​ຊຽງ​ໃນ​ວັນ​ທີ 14/7/2016 ຢູ່ນອກກອງ​ປະ​ຊຸມ​ສຸດຍອດ ອາ​ຊີ ເອີ​ລົບ (ASEM) ຢູ່ ນະ​ຄອນ​ຫລວງ Ulan Bator ປະ​ເທດ ມົງ​ໂກນ.

ພາຍ​ຫລັງ​ການ​ພົບ​ປະ​ດັ່ງ​ກ່າວ, ອົງ​ການ​ສື່ມວນ​ຊົນ​ຫລາຍ​ແຫ່ງ​ຂອງ​ຈີນ, ໃນ​ນັ້ນ ມີ​ສຳ​ນັກ​ຂ່າວ​ສານ ຊີນ​ຮ​ວາ, ຫ​ນ​້າ​ເວັບ chinadaily.com.cn (ພາ​ກ​ພາ​ສາ​ອັງ​ກິດ​ຂອງ​ຫນັງ​ສື​ພິມ​ລາຍ​ວັນ​ຂອງ​ຈີນ) ແລະ ຫນັງ​ສື​ພິມ ຢີນ​ໝີນ​ຈື​ເປົາ ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ທີ່​ການ​ພົບ​ປ​ະ ​ວ່າ: “ຫວຽດ​ນາມ ເຄົາ​ລົບ​ຫລັກ​ໝັ້ນ​ຂອງ​ຈີນ​ຕໍ່​ຄະ​ດີ​ຮ້ອງ​ຟ້ອງເຖິງ​ສານ​ອະ​ນຸ​​ຍາ​ໂຕ​ຕຸ​ລາ​ການ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ”, ພ້ອມ​ທັງ​ໃຫ້​ຮູ້​ວ່າ: “ຫວຽດ​ນາມ​ພ້ອມ​ແລ້ວ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສອງ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ ແລະ ຄຸ້ມ​ຄອງ​ ບັນ​ດາ​ສິ່ງ​ທີ່​ແຕກ​ຕ່າງ​ກັນ​ກັບ​ຈີນ ຢ່າ​ງ​ຖືກ​ຕ້ອງ​  ເພື່ອ​ປະ​ກອບ​ສ່ວນ​ໃຫ້​ແກ່​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ”. ຄວາມ​ຈິງ, ທີ່​ການ​ພົບ​ປະ​ກັບ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຈີນ, ເມື່ອ​ເຕື້ອງ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ສ​ະ​ເຫນີ ສອງ​ຝ່າຍ​ພ້ອມ​ກັນ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ ແລະ ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ​ຢ່າງ​ເຂັ້ມ​ງວດ, ໃນ​ນັ້ນ ມີ “ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາ​ຫລັກ​ການ​ພື້ນ​ຖານ​ຊີ້​ນຳ​ແກ້​ໄຂ​ບັນ​ຫາ​ບົນ​ທະ​ເລ​ຫວຽດ​ນາມ - ຈີນ” ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຮູ່​ຈີນ​ທ່າວ ໄດ້​ເປັນ​ເອກ​ະ​ພາບເມື່ອ​ເດືອນ 10/2011 ເພື່​ອ​ຊຸກ​ຍູ້​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ​ບົນ​ທ​ະ​ເລ​ໃຫ້​ມີ​ຄວາມ​ຄືບ​ຫນ້າ​ແທດ​ຈິງ​ໂດຍ​ໄວ, ພ້ອມ​ທັງ​ຄວບ​ຄຸມ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ເປັນ​ຢ່າງ​ດີ, ບໍ່​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ປະ​ຕິ​ບັດ​ຖະ​ແຫລງ​ການ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ແລະ ບັນ​ລຸ​ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ (COC) ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຮອບ​ດ້ານ, ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ພາ​ກ​ພື້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ​ຢັ້ງ​ຢືນ​ຄືນ​ຫລັກ​ໝັ້ນ​ຂອງ ຫວຽດ​ນາມ ສຳ​ລັບ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ຢູ່ ລາ​ໄຮ ປະ​ເທດ​ໂຮນ​ລັງ​ໃນ​ຄະ​ດີ ຟິ​ລີບ​ຟີນ ຮ​ອ້ງ​ຟ້ອງ​ຈີນ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.

ກ່ອນ​ຫນ້ານັ້ນ ວັນ​ທີ 12/7/2016, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ໄດ້​ຊີ້​ແຈ້ງວ່າ ຫວຽດ​ນາມ ຊົມ​ເຊີຍ​ເລື່ອງ ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ໄດ້​ອອກ​ຄຳ​ຕັດ​ສິນ​ສຸດ​ທ້າຍ​ໃນ​ວັນ​ທີ 12/7/2016. ຫວຽດ​ນາມ ຢັ້ງ​ຢືນ​ອີກ​ຄັ້ງ​ຫນຶ່ງ​ຫລັກ​ໝັ້ນ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຕົນ​ກ່ຽວ​ກັບ​ຄະ​ດີຮ້ອງ​ຟ້ອງດັ່ງ​ກ່າວ​ຄື​​ໄດ້​​ລະ​ບຸ​ຢ່າງ​ຄົບ​ຖ້ວນ​ໃນ​ຖະ​ແຫລງການ​ເມື່ອ​ວັນ​ທີ 5/12/2014ຂອງ​ກະ​ຊວງການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ສົ່​ງ​ເຖິງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ.

ຕອບກັບ

ຂ່າວ/ບົດ​ອື່ນ